spot_img
Homeຂ່າວທ້ອງຖິ່ນການກໍ່ສ້າງເຮືອນໃຫ້ຜູ້ປະສົບໄພພິບັດຈາກສັນເຂື່ອນແຕກ ຢູ່ເມືອງສະໜາມໄຊສໍາເລັດ 30-40%

ການກໍ່ສ້າງເຮືອນໃຫ້ຜູ້ປະສົບໄພພິບັດຈາກສັນເຂື່ອນແຕກ ຢູ່ເມືອງສະໜາມໄຊສໍາເລັດ 30-40%

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ການກໍ່ສ້າງເຮືອນຖາວອນໃຫ້ປະຊາຊົນຜູ້ປະສົບໄພພິບັດຈາກສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື, ມາຮອດປະຈຸບັນນີ້ສຳເລັດແລ້ວ ປະມານ 30-40%, ເຊິ່ງມີທັງໝົດ 811 ຫລັງ. ປະຊາຊົນຜູ້ປະສົບໄພດັ່ງກ່າວຫຼາຍກ່ວາ 10.000 ຄົນຍັງອາໄສຢູ່ສູນພັກພິງຊົ່ວຄາວເພື່ອລໍຖ້າເຮືອນຫຼັງໃໝ່.

ອໍານາດການປົກຄອງເມືອງສະໜາມໄຊ ແຂວງອັດຕະປື  ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ການຈັດສັນ ແລະ ກໍ່ສ້າງທີ່ຢູ່ອາໄສໃຫ້ພໍ່ ແມ່ປະຊາຊົນ ແມ່ນພວມດໍາເນີນການກໍ່ສ້າງເຮືອນ 811 ຫລັງໃຫ້ປະຊາຊົນ 5 ບ້ານ ແລະ 1 ຄຸ້ມ, ໂດຍແບ່ງອອກເປັນ 4 ຈຸດ ຫລື 4 ບ້ານຈັດສັນໃໝ່ ຄື: ບ້ານດົງບາກໃໝ່ຫິນຄໍາ, ບ້ານດອນບົກ, ບ້ານຕາມໍຢອດ ແລະ ບ້ານທ່າແສງຈັນ, ເຊິ່ງການກໍ່ສ້າງຖືວ່າຊ້າຫຼາຍກໍ່ເນື່ອງມາຈາກຫຼາຍປັດໄຈໂດຍສະເພາະເກີດຈາກປະຊາຊົນຜູ້ປະສົບໄພຈໍານວນໜຶ່ງ ເປັນຕົ້ນແມ່ນເຂົາບໍ່ມັກແບບເຮືອນ, ເຊິ່ງຜູ້ໜຶ່ງມັກແບບໜຶ່ງ ຜູ້ໜຶ່ງພັດມັກອີກແບບໜຶ່ງ, ຜູ້ເຄີຍມີເຮືອນນ້ອຍພັດຢາກໄດ້ຫຼັງໃຫຍ່ ຜູ້ທີ່ເຄີຍມີເຮືອນໃຫຍ່ ພັດຢາກໄດ້ຫຼັງທີ່ໃຫຍ່ກວ່າເກົ່າ ເລີຍເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ແກ່ຍາວເວລາໃນການປຸກສ້າງອອກໄປ ເພາະວ່າທຸກຢ່າງຕ້ອງເຮັດໃຫ້ສົມເຫດສົມຜົນ ແລະ ມີຄວາມເໝາະສົມທີ່ສຸດ.

ສໍາລັບການຟື້ນຟູພື້ນຖານໂຄງລ່າງ ຢູ່ເມືອງສະໜາມໄຊ ແມ່ນສໍາເລັດໂດຍພື້ນຖານແລ້ວ ໂດຍສະເພາະ ແມ່ນການສ້ອມແປງທາງ ແລະ ຂົວ ແມ່ນສໍາເລັດ ສາມາດໄປມາສະດວກ, ສ່ວນການສ້ອມແປງຄອງຊົນລະປະທານ ພວມເລັ່ງສ້ອມແປງຄືນ ຄາດວ່າຈະສຳເລັດໃນໄວໆນີ້, ສ່ວນການບຸກເບີກເນື້ອທີ່ການຜະລິດໃຫ້ປະຊາຊົນ ມາຮອດປັດຈຸບັນ ສາມາດບຸກເບີກເນື້ອທີ່ ເພື່ອໃຫ້ປະຊາຊົນປູກມັນຕົ້ນ ໄດ້ທັງໝົດ 2.140 ເຮັກຕາ, ໃນນີ້ໄດ້ບຸກເບີກ ຢູ່ 4 ຈຸດຄື: ຈຸດ ບ້ານຕາມໍຢອດ, ຈຸດ ບ້ານດົງບາກ, ຈຸດ ບ້ານດອນບົກ ແລະ ຈຸດ ບ້ານປິນດົງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...