spot_img
Homeຂ່າວທ້ອງຖິ່ນກົມອຸຕຸເຕືອນວັນທີ 13-19 ກໍລະກົດນີ້! ຈະເກີດຝົນຕົກທົ່ວທຸກພາກ

ກົມອຸຕຸເຕືອນວັນທີ 13-19 ກໍລະກົດນີ້! ຈະເກີດຝົນຕົກທົ່ວທຸກພາກ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດໃນໄລຍະວັນທີ 13-15 ກໍລະກົດ 2020 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະມີກຳລັງອ່ອນ ຫາ ປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກ ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ ເຊິ່ງຈະເຮັດໃຫ້ມີອາກາດຮ້ອນ ແລະ ຈະມີຝົນຕົກຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກ້ວາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈາກນັ້ນ ວັນທີ 16-19 ກໍລະກົດ 2020 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂື້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີລົມພັດແຮງ ຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ຢູ່ບາງທ້ອງຖິ່ນ ຂອງແຂວງພາກກາງ ແລະ ພາກໃຕ້.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...