Homeຂ່າວທ້ອງຖິ່ນບໍ່ແກ້ວແຈ້ງແຮງງານມຽນມາທີ່ຈັດສົ່ງກັບຄືນປະເທດກວດພົບໂຄວິດ-19

ບໍ່ແກ້ວແຈ້ງແຮງງານມຽນມາທີ່ຈັດສົ່ງກັບຄືນປະເທດກວດພົບໂຄວິດ-19

Published on

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ແຈ້ງການກ່ຽວກັບການຈັດສົ່ງແຮງງານມຽນມາທີ່ເຂົ້າມາອອກແຮງງານ ຢູ່ເຂດເສດຖະກິດສາມຫຼ່ຽມຄໍາກັບຄືນປະເທດແລ້ວກວດພົບເຊື້ອພະຍາດໂຄວິດ-19 ຢູ່ນະຄອນຢາງກຸ້ງ ສ.ມຽນມາ ຕາມເວັບໄຊກະຊວງສາທາລະນະສຸກ ສ.ມຽນມາ.

ອີງຕາມແຈ້ງການສະບັບເລກທີ 279/ສພກ.ບກ, ລົງວັນທີ 10 ກໍລະກົດ 2020 ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 24 ມິຖຸນາ 2020 ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ຈັດສົ່ງແຮງງານມຽນມາທີ່ເຂົ້າມາອອກແຮງງານຢູ່ເຂດເສດຖະກິດພິເສດສາມລ່ຽມຄໍາກັບຄືນປະເທດຈໍານວນ 184 ຄົນ, ຍິງ 66 ຄົນ. ຜ່ານການມອບ-ຮັບຢ່າງເປັນທາງການ ໂດຍຊ້ອງໜ້າເຈົ້າໜ້າທີ່ທັງສອງຝ່າຍ ທີ່ດ່ານສາບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ຫຼັງຈາກນັ້ນຝ່າຍມຽນມາກໍ່ໄດ້ນໍາຕົວແຮງງານທັງໝົດ ກັກບໍລິເວນ ຕາມມາດຕະການທາງການມຽນມາກໍານົດ ຢູ່ເມືອງກໍາມະຍຸດ ນະຄອນຢາງກຸ້ງ ສ.ມຽນມາ ຈົນຮອດວັນທີ 4 ກໍລະກົດ 2020 ພະແນກການຕ່າງປະເທດແຂວງບໍ່ແກ້ວ ໄດ້ຮັບຂໍ້ມູນຈາກທາງການມຽນມາວ່າ: ມີແຮງງານທີ່ກັບຈາກເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຕິດເຊື້ອໂຄວິດ-19 ຊື່ ທ້າວ ອຸມິນມິນ ອາຍຸ 43 ປີ ຮ່ວມກັບຜູ້ກັກຕົວຢູ່ສູນດຽວກັນ ທີ່ເດີນທາງມາຈາກຫຼາຍປະເທດຄື: ແຮງງານທີ່ກັບຈາກປະເທດໄທຕິດເຊື້ອຕິດເຊື້ອ 1ຄົນ, ປະເທດສິງກະໂປຕິດເຊື້ອ 1ຄົນ, ປະເທດບັງກາລາເທດ ຕິດເຊື້ອ 3 ຄົນ ແລະ ປະເທດອິນເດຍຕິດເຊື້ອ 1 ຄົນ ແລະ ກັບຈາກປະເທດລາວ 1ຄົນ ລວມທັງໝົດເປັນ 7 ຄົນ.

ຄະນະສະເພາະກິດຂັ້ນແຂວງ ຈຶ່ງໄດ້ສົມທົບກັບຄະນະສະເພາະກິດເມືອງຕົ້ນເຜິ້ງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແລະ ຄະນະສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາລົງສືບສວນ, ເກັບກໍາຂໍ້ມູນ ຈຶ່ງນໍາຕົວແຮງງານຊາວມຽນມາຈໍານວນ 4 ຄົນ ທີ່ເຄີຍໄດ້ອາໄສ, ກິນ ແລະ ນອນ ຢູ່ກັບທ້າວ ອູມິນມິນ ດໍາເນີນການແຍກປ່ຽວ ເພື່ອກັກບໍລິເວນ ຕິດຕາມອາການຢູ່ສູນ ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາໄດ້ກໍານົດ ເຊິ່ງໄກຈາກເຂດຊຸມຊົນ ໂດຍມີເຈົ້າໜ້າທີ່ ລປພ ເວນຍາມທາງເຂົ້າ-ອອກ, ເພາະກັບເຈາະເລືອດວິເຄາະຢູ່ເຂດພິເສດສາມຫຼ່ຽມຄໍາ ຜົນອອກມາເປັນລົບ ແລະ ເພື່ອຄວາມແນ່ນອນ ທີມງານແພດ ກໍ່ໄດ້ໄປກວດອຸນຫະພູມທຸກໆເຊົ້າ-ແລງ ເຫັນວ່າມີອາການເປັນປົກກະຕິ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...