spot_img
Homeຂ່າວຕ່າງປະເທດເສດຖີອິນເດຍສັ່ງເຮັດໜ້າກາກຄຳແທ້ໄວ້ໃສ່ປ້ອງກັນໂຄວິດ-19

ເສດຖີອິນເດຍສັ່ງເຮັດໜ້າກາກຄຳແທ້ໄວ້ໃສ່ປ້ອງກັນໂຄວິດ-19

Published on

ວັນທີ 4 ກໍລະກົດ 2020, ສໍານັກຂ່າວ ctvnews.ca ໄດ້ລາຍງານກະແສຮືຮາໃນ ປະເທດອິນເດຍ ຫຼັງຈາກ ທ້າວ ສັນກອນ ກຸນອາເທ “Shankar Kurhade” ນັກທຸລະກິດ ໄວອາຍຸ 49 ປີ ໃນເມືອງ ປຸເນ ລັດມະຫາຣາຊຣະ ທາງຕາເວັນຕົກ ສວມໃສ່ ໜ້າກາກຄໍາ ທີ່ສັ່ງເຮັດພິເສດ ນໍ້າໜັກ 60 ກຣາມ ມູນຄ່າ 400,000 ໂດລາ ແລະ ໃຊ້ເວລາເຖິງ 8 ມື້ໃນການເຮັດໜ້າກາກນີ້ ເພື່ອໃສ່ປ້ອງກັນການຕິດເຊື້ອໄວຣັດໂຄໂຣນາ.

ເຖິງແມ່ນວ່າຕົວເຂົາເອງກໍ່ບໍ່ໝັ້ນໃຈວ່າ ໜ້າກາກຄຳຂອງເຂົາຈະມີປະສິດທິພາບພຽງພໍໃນການປ້ອງກັນໂຄວິດ-19 ໄດ້ ຫຼື ບໍ່ ແຕ່ເຂົາກໍ່ຈະໃຊ້ມັນເພື່ອປ້ອງກັນກັບສິ່ງອື່ນໆ. ແຮງບັນດານໃຈທີ່ເຮັດໃຫ້ນັກທຸລະກິດຄົນນີ້ສັ່ງເຮັດໜ້າກາກຄຳຂຶ້ນ ຍ້ອນລາວເຫັນຊາຍຄົນໜຶ່ງໃສ່ຊຸດທີ່ເຮັດຈາກເງິນ.

ສຳລັບການລະບາດຂອງພະບາດໂຄວິດ-19 ໃນລັດມະຫາຣາຊຣະ ເປັນລັດທີ່ມີຈໍານວນຜູ້ຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດໃນປະເທດ ເຊິ່ງທີປະມານ 193.000 ຄົນ ເສຍຊີວິດແລ້ວ 8.376 ຄົນ ແລະ ປິ່ນປົວເຊົາປະມານ 105.000 ຄົນ. ໃນຂະນະທີ່ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດອິນເດຍ ເພີ່ມຂຶ້ນເປັນ 673.904 ຄົນ ເປັນອັນດັບທີ 4 ຂອງໂລກ ມີຍອດຜູ້ເສຍຊີວິດລວມ 19.279 ຄົນ ແລະ ປິ່ນປົວເຊົາ 409.062 ຄົນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...