ຊຸບເປີມາເກັດໃນອັງກິດຫຼາຍແຫ່ງຖອນສິນຄ້າໝາກພ້າວຈາກໄທເພາະໃຊ້ແຮງງານລິງເກັບ

ເມື່ອວັນທີ 4 ກໍລະກົດ ທີ່ຜ່ານມາ bbc ລາຍງານວ່າ ຊຸບເປີມາເກັດຂອງອັງກິດຫຼາຍແຫ່ງ ໄດ້ນຳຜະລິດຕະພັນນໍ້າໝາກພ້າວ ແລະ ນໍ້າມັນໝາກພ້າວ ທີ່ນຳເຂົ້າຈາກປະເທດໄທ ອອກຈາກຊັ້ນວາງຂາຍ ຫຼັງຈາກທີ່ພົບວ່າ ແຫຼ່ງທີ່ມາຂອງໝາກພ້າວນັ້ນແມ່ນໃຊ້ແຮງງານລິງທີ່ຖືກຈັບມາຈາກປ່າ ແລະ ນຳມາຝຶກເພື່ອເກັບໝາກພ້າວໃຫ້ໄດ້ມື້ລະ 1,000 ໜ່ວຍ.

ອົງການປະຊາຊົນເພື່ອການປະຕິບັດຕໍ່ສັດຢ່າງມີຈາລິຍະທຳ (ພີຕາ) ລະບຸວ່າ ລິງໃນໄທໄດ້ຮັບການປະຕິບັດຄືກັບເຄື່ອງ “ເກັບໝາກພ້າວ” ແລະ ຮຽກຮ້ອງໃຫ້ຄົນດີບໍ່ສະໜັບສະໜູນການໃຊ້ແຮງງານລິງດ້ວຍການບໍ່ຊື້ຜະລິດຕະພັນໝາກຈາກປະເທດໄທ.

ພີຕາ ລະບຸວ່າ ຟາມ 8 ແຫ່ງໃນໄທບັງຄັບໃຊ້ແຮງງານລິງເກັບໝາກພ້າວເພື່ອສົ່ງອອກທົ່ວໂລກ ລິງໂຕຜູ້ຕ້ອງເກັບໝາກພ້າວໃຫ້ໄດ້ມື້ລະ 1,000 ໜ່ວຍ ໃນຂະນະທີ່ມະນຸດເກັບໝາກພ້າວໄດ້ພຽງມື້ລະ 80 ໜ່ວຍ.

 

ຮຽບຮຽງຂ່າວ: ພຸດສະດີ