Homeຂ່າວທ້ອງຖິ່ນຈະປັບຫຼຸດລາຄາໄຟຟ້າສໍາລັບຄົວເຮືອນທີ່ໃຊ້ໄຟຟ້າຕໍ່າກວ່າ 461 ກິໂລວັດໂມງຕໍ່ເດືອນ

ຈະປັບຫຼຸດລາຄາໄຟຟ້າສໍາລັບຄົວເຮືອນທີ່ໃຊ້ໄຟຟ້າຕໍ່າກວ່າ 461 ກິໂລວັດໂມງຕໍ່ເດືອນ

Published on

ສຳນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ລັດວິສາຫະກິດໄຟຟ້າລາວ ຈະປັບຫຼຸດລາຄາໄຟຟ້າສໍາລັບຄົວເຮືອນທີ່ໃຊ້ໄຟຟ້າຕໍ່າກວ່າ 461 ກິໂລວັດໂມງ ຕໍ່ເດືອນ ຫຼືແຕ່ 151-461 ກິໂລວັດໂມງ (151-461 kwh). ການດັດປັບດັ່ງກ່າວແມ່ນຈະຖືກຈັດຕັ້ງປະຕິບັດສະເພາະພຽງແຕ່ 3 ເດືອນ ຄື: ນັບແຕ່ເດືອນເມສາ, ພຶດສະພາ ແລະ ມິຖຸນາ.

ແຜນການດັດປັບລາຄາໄຟຟ້ານີ້ ແມ່ນໄດ້ຖືກເຜີຍແຜ່ໃນວັນທີ 18 ມີຖຸນາ ຜ່ານມານີ້ ໃນກອງປະຊຸມຖະແຫຼງຂ່າວພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ, ທ່ານ ດຣ ຄໍາມະນີ ອີນທິລາດ ລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ແລະ ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການອໍານວຍການລັດວິສາຫະກິດໄຟຟ້າລາວ ພາຍຫຼັງກອງປະຊຸມລັດຖະບານປະຈໍາເດືອນມີຖຸນາ ກ່ຽວກັບການຄົ້ນຄວ້າ ກວດກາຄືນ ການກໍານົດໂຄງສ້າງລາຄາໄຟຟ້າ ໃນໄລຍະ 2020 ຫາ 2025 ທີ່ໄດ້ປະກາດໃຊ້ໃນວັນທີ 01 ພຶດສະພາ 2020 ແລະ ປັບປຸງ ການປະຕິບັດນະໂຍບາຍລາຄາໄຟຟ້າຕໍ່ບາງກຸ່ມຜູ້ໃຊ້ໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19.

ການດັດປັບລາຄາໄຟຟ້ານີ້ແມ່ນໜື່ງທີ່ນອນໃນການຈັດຕັ້ງປະຕິບັດມາດຕະການຫຼຸດຜ່ອນຜົນກະທົບຈາກວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນທົ່ວໂລກ ແລະ ສປປ ລາວ ຂອງລັດຖະບານ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...