spot_img
Homeຂ່າວທ້ອງຖິ່ນຍອດຜູ້ປ່ວຍຕິດເຊື້ອໂຄວິດ-19 ທົ່ວໂລກ! ມີຫຼາຍກວ່າ 9 ລ້ານຄົນ

ຍອດຜູ້ປ່ວຍຕິດເຊື້ອໂຄວິດ-19 ທົ່ວໂລກ! ມີຫຼາຍກວ່າ 9 ລ້ານຄົນ

Published on

ຕົວເລກສະສົມຜູ້ປ່ວຍໂຄວິດ-19 ທົ່ວໂລກເພີ່ມຂຶ້ນທັງໝົດ 9 ລ້ານຄົນ ນັບເປັນອັດຕາຕົວເລກທີ່ເພີ່ມຂຶ້ນມາອີກ 1 ລ້ານຄົນ ພາຍໃນຊ່ວງໄລຍະເວລາພຽວ 7 ມື້ເທົ່ານັ້ນ.

ໜັງສືພິມ thairath ລາຍງານເມື່ອວັນທີ 22 ມິຖຸນານີ້ວ່າ ເວັບໄຊ worldometer.info ທີ່ເຮັດໜ້າທີ່ລວບລວມສະຖິຕິໂຄວິດ-19 ທົ່ວໂລກ ໄດ້ລາຍງານຕົວເລກຜູ້ຕິດເຊື້ອສະສົມທັງໝົດທົ່ວໂລກ ຫຼ້າສຸດ ເພີ່ມຂຶ້ນທີ່ 9,044,563 ຄົນແລ້ວ ເຊິ່ງນັບເປັນອັດຕາການເພີ່ມຢ່າງໄວວາເທົ່າທີ່ເຄີຍບັນທຶກສະຖິຕິມາ ນັບຕັ້ງແຕ່ເກີດການລະບາດຂຶ້ນເມື່ອເດືອນມັງກອນ 2020 ໂດຍມີຕົວເລກເພີ່ມຂຶ້ນ 1 ລ້ານຄົນ ໃນຊ່ວງເວລາພຽງ 7 ວັນ (15-22 ມິຖຸນາ) ເທົ່ານັ້ນ.

ສຳລັບຕົວເລກຜູ້ເສຍຊີວິດທົ່ວໂລກແມ່ນ 469,537 ຄົນ ທີ່ໄດ້ຮັບການປິ່ນປົວດີແລ້ວແມ່ນ 4.79 ລ້ານຄົນ ໂດຍອາເມລິກາມີຈຳນວນຜູ້ປ່ວຍສູງສຸດ 2.35 ລ້ານຄົນ ເສຍຊີວິດແລ້ວ 122,247 ຄົນ.

ສ່ວນປະເທດບຣາຊິວ ຕາມມາອັນດັບ 2 ມີຜູ້ຕິດເຊື້ອສະສົມ 1.08 ລ້ານຄົນ ເສຍຊີວິດແລ້ວ 50.659 ຄົນ ໂດຍປະເທດບຣາຊິວເປັນປະເທດທີ່ຜູ້ເສຍຊີວິດ 50.000 ຄົນ ແລະ ມີຜູ້ຕິດເຊື້ອສະສົມແຕະຫຼັກລ້ານຄົນ ດ້ານຜູ້ຊ່ຽວຊານຄາດວ່າຈຳນວນຜູ້ຕິດເຊື້ອແທ້ອາດສູງກວ່ານີ້ ເນື່ອງມາຈາກບຣາຊິວຍັງຂາດແຄນ ອຸປະກອນການກວດເຊື້ອ ແລະ ເຊື່ອວ່ານີ້ຍັງບໍ່ເຖິງຊ່ວງການລະບາດຂອງພະຍາດໃນລະດັບສູງສຸດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...