spot_img
Homeຂ່າວທ້ອງຖິ່ນຜູ້ປ່ວຍໄຂ້ຍຸງລາຍທົ່ວປະເທດ ສະສົມຫຼາຍກວ່າ 1.600 ກໍລະນີ ເສຍຊີວິດ 5 ຄົນ

ຜູ້ປ່ວຍໄຂ້ຍຸງລາຍທົ່ວປະເທດ ສະສົມຫຼາຍກວ່າ 1.600 ກໍລະນີ ເສຍຊີວິດ 5 ຄົນ

Published on

ປັດ­ຈຸ­ບັນ ທົ່ວ​ປະ­ເທດ​ມີ​ອັດ­ຕາ​ການ​ເສຍ​ຊີ­ວິດ ​ຍ້ອນ​ພະ­ຍາດ​ໄຂ້­ຍຸງ​ລາຍ​ສະ​ສົມ 5 ຄົນ ໃນ​ນີ້ ມີ​ກໍ­ລະ­ນີ​ເສຍ​ຊີ­ວິດ​ໃໝ່​ເພີ່ມ 1 ຄົນ ເຊິ່ງ​ເສຍ​ຊີ­ວິດ​ວັນ​ທີ 8 ມິ­ຖຸ­ນາ 2020 ຢູ່​ແຂວງ​ບໍ​ລິ​ຄຳ​ໄຊ ລວມ​ເປັນ 4 ແຂວງ ທີ່​ພົບ​ກໍ­ລະ­ນີ​ເສຍ​ຊີ­ວິດ.

ອີງຕາມບົດ​ລາຍ​ງານ​ຂອງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ວັນ​ທີ 9 ມິ­ຖຸ­ນາ 2020 ໃຫ້​ຮູ້​ວ່າ: 9 ມິຖຸນາ 2020 ພົບຜູ້ປ່ວຍໄຂ້ຍຸງເພີ່ມ 19 ກໍລະນີ ແລະ ເສຍຊີວິດ 00 ກໍລະນີ. ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-09/06/2020 ມີ 1,695 ກໍລະນີ ແລະ ເສຍຊີວິດ 05 ກໍລະນີ.

ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັນ​ດັບ​ສູງສຸດ ມີ​ຄົນ​ຕິດ­ເຊື້ອ​ພະ­ຍາດ​ນີ້​ສະ​ສົມ 396 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ແຂວງ​ວຽງ​ຈັນ 235 ກໍ­ລະ­ນີ; ອັດ​ຕະ​ປື 213 ກໍ­ລະ­ນີ; ບໍ​ລິ​ຄຳ​ໄຊ 176 ກໍ­ລະ­ນີ, ເສຍ​ຊີ­ວິດ 1 ຄົນ; ຄຳ​ມ່ວນ 152 ກໍ­ລະ­ນີ, ເສຍ​ຊີ­ວິດ 1 ຄົນ; ສະ­ຫວັນ​ນະ​ເຂດ 113 ກໍ­ລະ­ນີ; ສາ­ລະ​ວັນ 101 ກໍ­ລະ­ນີ; ໄຊ​ຍະ​ບູ​ລີ 92 ກໍ­ລະ­ນີ, ເສຍ​ຊີ­ວິດ 1 ຄົນ; ເຊ​ກອງ 49 ກໍ­ລະ­ນີ, ຫຼວງ​ນໍ້າ​ທາ 40 ກໍ­ລະ­ນີ; ໄຊ​ສົມ­ບູນ 32 ກໍ­ລະ­ນີ; ອຸ­ດົມ​ໄຊ 33 ກໍ­ລະ­ນີ; ຫຼວງ​ພະ​ບາງ 30 ກໍ­ລະ­ນີ; ບໍ່​ແກ້ວ 17 ກໍ­ລະ­ນີ; ຈຳ­ປາ​ສັກ 10 ກໍ­ລະ­ນີ; ຜົ້ງ​ສາ­ລີ 5 ກໍ­ລະ­ນີ; ຫົວ­ພັນ 1 ກໍ­ລະ­ນີ; ສ່ວນ​ແຂວງ​ຊຽງ​ຂວາງ ບໍ່​ພົບ​ກໍ­ລະ­ນີ​ຕິດ­ເຊື້ອ​ພະ­ຍາດ​ນີ້.

ສະ­ພາບ​ໄຂ້­ຍຸງ​ລາຍ​ປີ­ຜ່ານ­ມາ ຖື​ເປັນ​ປີ​ລະ­ບາດ​ໃຫຍ່​ຢູ່​ຂົງ­ເຂດ​ອາ­ຊີ​ຕາ­ເວັນ​ອອກ​ສ່ຽງ​ໃຕ້ ສະ­ເພາະ​ຢູ່ ສປປ ລາວ ໄດ້​ມີ​ການ​ແຜ່​ລະ­ບາດ​ຢ່າງ​ກວ້າງ­ຂວາງ​ໃນ​ທົ່ວ​ປະ­ເທດ ເຊິ່ງ​ມີ​ຜູ້​ຕິດ­ເຊື້ອ 39.000 ຄົນ ເສຍ​ຊີ­ວິດ 76 ຄົນ.

ເພື່ອ​ປ້ອງ​ກັນ​ພະ­ຍາດ​ໄຂ້­ຍຸງ​ລາຍ​ບໍ່​ໃຫ້​ມີ​ການ​ລະ­ບາດ​ເປັນ​ວົງ​ກວ້າງ ແລະ ບໍ່​ໃຫ້​ມີ​ກໍ­ລະ­ນີ​ໃໝ່ ທຸກ​ຄົນ​ຕ້ອງ​ພ້ອມ​ກັນ​ປ້ອງ​ກັນ​ບໍ່​ໃຫ້​ຍຸງ​ລາຍ​ກັດ ໄປ​ຄຽງ​ຄູ່​ກັບ​ການ​ປະ­ຕິ­ບັດ​ຫຼັກ­ການ 5 ປ ທີ່​ກະ­ຊວງ​ ສາ­ທາ­ລະ­ນະ​ສຸ​ກ ວາງ​ອອກ​ເປັນ​ປະ­ຈຳ ໂດຍ​ສະ­ເພາະ​ທຳ­ລາຍ​ແຫຼ່ງ​ເພາະ​ພັນ​ໜອນ​ນໍ້າ​ຍຸງ​ລາຍ ບໍ່​ມີ​ໜອນ​ນໍ້າ ກໍ​ຈະ​ບໍ່​ມີ​ຍຸງ​ລາຍ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...