spot_img
Homeຂ່າວທ້ອງຖິ່ນລາຄານໍ້າມັນປັບຂຶ້ນສູງສຸດ 980 ກີບຕໍ່ລິດ ເລີ່ມ 28 ພຶດສະພາ 2020 ນີ້

ລາຄານໍ້າມັນປັບຂຶ້ນສູງສຸດ 980 ກີບຕໍ່ລິດ ເລີ່ມ 28 ພຶດສະພາ 2020 ນີ້

Published on

ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ສະບັບເລກທີ 0502/ອຄ.ກຄພນ, ລົງວັນທີ 27 ພຶດສະພາ 2020 ໂດຍການປັບລາຄາຄັ້ງນີ້ ແມ່ນໄດ້ຫຼຸດຄັງແຮແອັດຊັງພິເສດ 300 ກີບ/ລິດ, ແອັດຊັງທໍາມະດາ 300 ກີບ/ລິດ ແລະ ກາຊວນ 100ກີບ/ລິດ.

ການປັບຂຶ້ນລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ, ໂດຍລາຄາໃໝ່ນີ້ ໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເວລາ 6:00 ໂມງ ຂອງວັນທີ 28 ພຶດສະພາ 2020 ເປັນຕົ້ນໄປ.

ລາຄານໍ້າມັນເຊື້ອໄຟແອັດຊັງພິເສດ ປັບຂຶ້ນ 980 ກີບຕໍ່ລິດ, ແອັດຊັງທໍາມະດາ ປັບຂຶ້ນ 750 ກີບ/ລິດ ແລະ ກາຊວນປັບຂຶ້ນ 380 ກີບ/ລິດ. ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0423/ກຄພນ.ຄສລ,ລົງວັນທີ 27 ພຶດສະພາ 2020 ຈົນກວ່າຈະມີການປ່ຽນແປງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...