Homeຂ່າວທ້ອງຖິ່ນລັດຮຽກຮ້ອງໄປຍັງຜູ້ປະກອບການຈ່າຍເງິນຊົດເຊີຍໃຫ້ລູກຈ້າງ

ລັດຮຽກຮ້ອງໄປຍັງຜູ້ປະກອບການຈ່າຍເງິນຊົດເຊີຍໃຫ້ລູກຈ້າງ

Published on

ປະຈຸບັນ ສູນກາງສະຫະພັນກຳມະບານລາວ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກຳລັງຕິດຕາມສະພາບການ ຕ່າງໆ, ເກັບກຳຂໍ້ມູນ ແລະ ລາຍງານສະພາບຢ່າງປົກກະຕິ; ສະຫະພັນກຳມະບານແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ນະຄອນຫຼວງ, ສູນບໍລິການຈັດຫາງານ ແລະ ບໍລິສັດຈັດຫາງານ ເພື່ອຕິດຕາມ ແລະ ເກັບຂໍ້ມູນຂອງຜູ້ອອກແຮງງານ ເພື່ອສະເໜີຕໍ່ລັດຖະບານໃຫ້ພິຈາລະນາການຊ່ວຍເຫຼືອ.

ທ່ານ ພອນສານ ວິໄລມັ້ງ ຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນທາຍ ໃນວັນທີ 18 ພຶດສະພາ 2020 ນີ້ວ່າ ຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ ໂຄວິດ-19 ກໍ່ຄວນໄດ້ຮັບເງິນຊົດເຊີຍຕາມສິດ ແລະ ຜົນປະໂຫຍດຂອງເຂົາເຈົ້າໃນໄລຍະພັກວຽກເນື່ອງມາຈາກຖືກເລີກຈ້າງງານຍ້ອນການລະບາດຂອງພະຍາດ ທີ່ບໍ່ແມ່ນພະຍາດຕາມລະດູການ ຕາມລະບຽບ ແລະ ກົດໝາຍແຮງງານ.

ເຖິງແມ່ນວ່າສູນກາງສະຫະພັນກາງກຳມະບານລາວ ແລະ ກະຊວງທີ່ກ່ຽວຂ້ອງໄດ້ທວງໃຫ້ຜູ້ປະກອບການຕ້ອງປະຕິບັດລະບຽບ ແລະ ກົດໝາຍແຮງງານ ແຕ່ພວກເຮົາຍອມຮັບວ່າພົບຄວາມຫຍຸ້ງຍາກຫຼາຍ ເພາະມີຫຼາຍບໍລິສັດ ແລະ ໂຮງງານຍັງບໍ່ທັນໄດ້ຈ່າຍເງິນຊົດເຊີຍໃຫ້ກັບກຳມະກອນ ຫຼື ລູກຈ້າງຂອງຕົນໃນໄລຍະພັກວຽກຍ້ອນການແຜ່ລະບາດຂອງໂຄວິດ-19 ໂດຍພວກເຂົາເຈົ້າອ້າງເຖິງຄວາມຈຳເປັນຂອງບໍລິສັດ ແລະ ຫຼາຍເຫດຜົນ ເພື່ອບໍ່ຢາກຈ່າຍເງິນຊົດເຊີຍ.

ຜ່ານມາອົງການກຳມະບານລາວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ໄດ້ຈັດກອງປະຊຸມປຶກສາຫາລືການຊ່ວຍເຫຼືອຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບໄດ້ຮັບການແກ້ໄຂ ຢ່າງທ່ວງທັນກັບສະພາບການ ເນື່ອງຈາກຜູ້ແຮງງານທີ່ຖືກເລີກຈ້າງງານ ການໂຈະ ແລະ ປິດກິດຈະການ, ຜູ້ອອກແຮງງານທີ່ຂໍລາອອກ ແລະ ບັນຫາຕ່າງໆ ເພື່ອກະກຽມແຜນການ ແລະ ໃຫ້ການຊ່ວຍເຫຼືອຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...