spot_img
Homeຂ່າວທ້ອງຖິ່ນການກໍ່ສ້າງທາງສີ່ແຍກຕານມີໄຊ ຫາສາມແຍກສີເກີດຫຼ້າຊ້າຍ້ອນຫຼາຍສາເຫດ

ການກໍ່ສ້າງທາງສີ່ແຍກຕານມີໄຊ ຫາສາມແຍກສີເກີດຫຼ້າຊ້າຍ້ອນຫຼາຍສາເຫດ

Published on

ໜັງສືພິມວຽງຈັນໃໝ່ລາຍງານໃຫ້ຮູ້ວ່າ ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ເບ​ຕົງ​ສີ່​ແຍກ​ໄຟ​ອຳ­ນາດ​ຕານ​ມີ​ໄຊ ຫາ​ສາມ​ແຍກ​ສີ​ເກີດ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ເສັ້ນ­ທາງ​ທີ່​ມີ​ປະ­ລິ­ມານ​ການ​ສັນ­ຈອນ​ໜາ​ແໜ້ນ ແລະ ເປັນ​ເສັ້ນ­ທາງ​ທີ່​ບໍ່​ມີ​ທາງ​ເວັ້ນ ເຮັດ​ໃຫ້­ການ​ກໍ່­ສ້າງ​ຂອງ​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ພົບ​ຄວາມ​ຫຍຸ້ງ­ຍາກ. ປັດ­ຈຸ­ບັນ, ໂຄງ­ການ​ດັ່ງ­ກ່າວ​ໄດ້​ດຳ­ເນີນ​ການ​ກໍ່­ສ້າງ​ມີ​ຄວາມ​ຄືບ​ໜ້າ 85% ແລະ ຄາດ​ວ່າ​ຈະ​ສຳ­ເລັດ 100% ໃນ​ເດືອນ​ ກໍ­ລະ­ກົດ 2020.

ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ນະ­ຄອນ­ຫຼວງ​ວຽງ​ຈັນ​ເປັນ​ເຈົ້າ​ຂອງ​ໂຄງ­ການ ໂດຍມີ ກຸ່ມ​ບໍ­ລິ­ສັດ ຕັງ​ຈະ­ເລີນ ຈຳ­ກັດ​ຜູ້​ດຽວ​ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ແລະ ການ​ກໍ່­ສ້າງ​ຕາມ​ສັນ­ຍາ​ໃຫ້​ສຳ­ເລັດ​ພາຍ​ໃນ 24 ເດືອນ (13/92016-13/92018) ພາຍ­ຫຼັງ​ໝົດ​ອາ­ຍຸ​ສັນ­ຍາ​ສະ­ບັບ​ຕົ້ນ ບໍ­ລິ­ສັດ​ໄດ້​ຕໍ່​ສັນ­ຍາ​ຄັ້ງ​ທີ 1 ເພີ່ມ​ອີກ 9 ເດືອນ ນັບ​ແຕ່​ເດືອນ​ຕຸ­ລາ 2018 ຮອດ​ເດືອນ​ກໍ­ລະ­ກົດ 2019 ໂຄງ­ການ​ຄືບ​ໜ້າ 71,06% ທຽບ­ໃສ່​ແຜນ­ການ​ຫຼ້າ​ຊ້າ 28,94% ເພື່ອ​ສືບ­ຕໍ່​ໜ້າ​ວຽກ​ໃຫ້​ສຳ­ເລັດ ບໍ­ລິ­ສັດ​ຮັບ​ເໝົາ​ກໍ່­ສ້າງ​ຈຶ່ງ​ສະ­ເໜີ​ຂໍ​ຕໍ່​ສັນ­ຍາ​ຄັ້ງ​ທີ 2 ເພີ່ມ​ອີກ 12 ເດືອນ ຮອດ​ເດືອນ​ກໍ­ລະ­ກົດ 2020 ເພື່ອ​ຈະ​ປະ­ຕິ­ບັດ​ໃຫ້​ສຳ­ເລັດ 100%. ຜົນ­ສຳ­ເລັດ​ການ​ຈັດ­ການ​ກໍ່­ສ້າງ​ຮອດ​ເດືອນ​ກຸມ­ພາ 2020 ບໍ­ລິ­ສັດ​ຮັບ​ເໝົາ​ປະ­ຕິ­ບັດ​ບັນ­ດາ​ໜ້າ​ວຽກ​ທີ່​ລະ­ບຸ​ໄວ້​ໃນ​ສັນ­ຍາ​ຄື: ວຽກ​ທົ່ວ​ໄປ​ປະ­ຕິ­ບັດ 100%, ວຽກ​ດິນ​ປະ­ຕິ­ບັດ​ໄດ້ 125,5%, ວຽກ​ໂຄງ​ສ້າງ​ທາງ ປະ­ຕິ­ບັດ​ໄດ້ 81,23%, ວຽກ​ລະ­ບົບ​ລະ­ບາຍ​ນໍ້າ ປະ­ຕິ­ບັດ​ໄດ້ 93,48%, ວຽກ​ຕົບ­ແຕ່ງ ແລະ ວຽກ​ອື່ນໆ ປະ­ຕິ­ບັດ​ໄດ້ 32,47%; ທຽບ­ໃສ່​ແຜນ­ການ​ປະ­ຕິ­ບັດ​ໄດ້  85,01% ທຽບ­ໃສ່​ແຜນ­ການ​ລວມ​ແມ່ນ​ຫຼ້າ​ຊ້າ 14,99%.

ເຊິ່ງ​ສາ­ເຫດ​ທີ່​ພາ­ໃຫ້​ຊັກ​ຊ້າ ຍ້ອນ​ການ​ຍົກ­ຍ້າຍ​ສິ່ງ​ກີດ­ຂວາງ​ຢູ່​ໃນ​ຂອບ​ເຂດ​ກໍ່­ສ້າງ ເປັນ­ຕົ້ນ​ລະ­ບົບ​ນໍ້າ​ປະ­ປາ, ສາຍ​ໄຍ​ແກ້ວ, ຕາ​ຂ່າຍ​ໄຟ­ຟ້າ ແລະ ສິ່ງ​ປຸກ​ສ້າງ​ຂອງ​ປະ­ຊາ­ຊົນ​ມີ​ຄວາມ​ຫຼ້າ​ຊ້າ ໃຊ້​ເວ­ລາ​ດົນ​ໃນ​ການ​ໄກ່​ເກ່ຍ ເຮັດ​ໃຫ້­ການ​ກໍ່­ສ້າງ​ພົບ​ຄວາມ​ຫຍຸ້ງ­ຍາກ ການ​ສະ­ໜອງ​ທຶນ­ຮອນ​ເຂົ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກໍ່­ສ້າງ ບາງ​ຄັ້ງ​ຊັກ​ຊ້າ ບໍ່​ສາ­ມາດ​ຕອບ​ສະ­ໜອງ​ຕາມ​ແຜນ­ການ​ໜ້າ​ວຽກ​ຕົວ​ຈິງ​ທີ່​ວາງ​ໄວ້ ເປັນ­ຕົ້ນແມ່ນ ວັດ​ສະ​ດຸ, ກົນ​ຈັກ, ແຮງ​ງານ ແລະ ງົບ­ປະ­ມານ​ທີ່​ໄດ້​ຮັບ​ການ​ແບ່ງ­ປັນ​ຈາກ​ລັດ­ຖະ­ບານ ເພື່ອ​ຊຳ­ລະ​ໃຫ້​ຜູ້​ຮັບ​ເໝົາ​ແມ່ນ​ມີ​ໜ້ອຍ ບໍ່​ສາ­ມາດ​ຕອບ​ສະໜອງ​ໄດ້​ຕາມ​ສັນ­ຍາ​ທີ່​ກຳ­ນົດ​ໄວ້.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...