spot_img
Home​ຂ່າວບັນເທິງມຸກດາວັນດີໃຈ ເອີ້້ນອ້າຍໃສ່ໝໍ້ໜຶ້ງ ໃກ້ຊິຮອດ 2 ລ້ານວິວ

ມຸກດາວັນດີໃຈ ເອີ້້ນອ້າຍໃສ່ໝໍ້ໜຶ້ງ ໃກ້ຊິຮອດ 2 ລ້ານວິວ

Published on

ມຸກດາວັນ ສັນຕິພອນ ນັກຮ້ອງລູກທົ່ງໝໍລຳ ໄດ້ໂພສຕ໌ຂໍ້ຄວາມລົງໃນໜ້າເຟສບຸກຂອງຕົນ ສະແດງຄວາມດີໃຈ ແລະຂອບໃຈຕໍ່ມິດຮັກແຟນເພງທີ່ເຂົ້າແວ່ຊົມ ຈົນເຮັດໃຫ້ເພງເອີ້ນອ້າຍໃສ່ໝໍ້ໜຶ້ງ ເກືອບຈະເຂົ້າຫຼັກ 2 ລ້ານວິວ ໃນເວັບໄຊ youtube ເຊິ່ງບໍ່ແນ່ວ່າໃນຂະນະທີ່ທ່ານກຳລັງອ່ານຂ່າວນີ້ຢູ່ ເພງນີ້ອາດຈະມີຄົນເຂົ້າເບິ່ງເຖິງ 2 ລ້ານຄັ້ງແລ້ວກໍບໍ່ຮູ້.

ມຸກດາວັນ ສັນຕິພອນ ໄດ້ບອກກັບທີມຂ່າວພວກເຮົາວ່າ ຍອດວິວລະດັບ 2 ລ້ານ ພາຍໃນ 1 ປີ ສຳລັບຢູ່ຕ່າງປະເທດທີ່ມີປະຊາກອນຫຼາຍ ແລະມີຄົນໃຊ້ອິນເຕີເນັດຫຼາຍໆ ນັ້ນຄົງເປັນເລື່ອງທຳມະດາ. ແຕ່ສຳລັບປະເທດລາວແລ້ວ ມຸກ ຄິດວ່າເປັນເລື່ອງທີ່ພາກພູມໃຈທີ່ສຸດ ເພາະຖ້າທຽບເປັນສ່ວນຮ້ອຍແລ້ວກໍຖືວ່າຄົນເຂົ້າຊົມມີສ່ວນຮ້ອຍສູງຫຼາຍ ແລະມຸກເອງກໍຮູ້ສຶກພາກພູມໃຈໃນຜົນການຕອບຮັບນີ້ ແລະກໍຂໍຂອບໃຈມິດຮັກແຟນເພງທີ່ຊ່ວຍອຸປະຖຳຄ້ຳຊູແລະໃຫ້ຄວາມນິຍົມຊົມຊອບໃນໄລຍະທີ່ຜ່ານມາ ມຸກດາວັນ ຈະບໍ່ລືມບຸນຄຸນຢ່າງແນ່ນອນ.

ມຸກດາວັນ ສັນຕິພອນ ສາວນ້ອຍຊາວບ້ານທາດອີງຮັງ ແຂວງສະຫວັນນະເຂດ ເປັນນັກຮ້ອງທີ່ມີພອນສະຫວັນມາແຕ່ນ້ອຍ ເລິ່ມອັດເພງອອກອາລະບ້ຳຕັ້ງແຕ່ອາຍຸ 5 ປີ, ນອກຈາກມີນ້ຳສຽງທີ່ມ່ວນ, ໜ້າຕາທີ່ໜ້າຮັກແລ້ວ ກິລິຍາທ່າທີກໍຍັງອ່ອນນ້ອມຖ່ອມໂຕ ທີ່ພິເສດແລະເປັນເອກະລັກທີ່ສຸດນັ້ນກໍຄື ການນຸ່ງຖືທີ່ເປັນເອກະລັກບໍ່ຄືໃຜ ໂດຍສະເພາະແມ່ນການນຸ່ງຊຸດຊົນເຜົ່າຜູ້ໄທ ແລະເຜົ່າອື່ນໆ ອອກສື່ແລະຂຶ້ນເວທີ ຕາມແຕ່ລະກາລະໂອກາດທີ່ເໝາະສົມ. ແລະມີຂ່າວແວ່ວໆ ມາວ່າ ມຸກດາວັນ ກຳລັງຈະອັດເພງຊຸດໃໝ່ໃນທ້າຍປີນີ້ ແລະຈະໃຫ້ທັນອອກຮັບໃຊໃນບຸນປີໃໝ່ລາວ ໃນປີ 2015 .


ภาพหน้าจอ 2014-10-15 10.47.36

 

375108_129231653943328_1478130661_n 391435_129231543943339_877040186_n

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...