spot_img
Homeຂ່າວຕ່າງປະເທດສາຍການບິນ ເວີຈິນ ອອສເຕຼເລຍ ປະກາດລົ້ມລະລາຍຫຼັງຮັບຜົນກະທົບຈາກໂຄວິດ-19 ບໍ່ໄຫວ

ສາຍການບິນ ເວີຈິນ ອອສເຕຼເລຍ ປະກາດລົ້ມລະລາຍຫຼັງຮັບຜົນກະທົບຈາກໂຄວິດ-19 ບໍ່ໄຫວ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ສາຍການບິນໃຫຍ່ອັນດັບ 2 ຂອງອົດສະຕຣາລີ ກໍຄື ສາຍການບິນ ເວີຈິນ ອອສເຕຼເລຍ ໄດ້ແຈ້ງຕໍ່ຄະນະກຳມະການກຳກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບຂອງອົດສະຕາລີ ຂໍເຂົ້າສູ່ຂະບວນການລົ້ມລະລາຍ ໂດຍຂໍການບໍລິຫານຈັດການແບບສະໝັກໃຈຂອງເຈົ້າໜີ້ (voluntary administration) ເພື່ອປັບໂຄງສ້າງທາງທຸລະກິດຂອງບໍລິສັດ ກາຍເປັນສາຍການບິນແຫ່ງທຳອິດໃນພາກພື້ນອາຊີທີ່ເຂົ້າສູ່ຂະບວນການລົ້ມລະລາຍ.

ສະຖານະການດັ່ງກ່າວ ເກີດຂຶ້ນຍ້ອນໄດ້ຮັບຜົນກະທົບຢ່າງຮຸນແຮງຈາກວິກິດການລະບາດຂອງເຊື້ອໄວຣັດໂຄວິດ-19 ໂດຍ ທ່ານ ນາຍພົນ ສະເຄີຣາ ປະທານສາຍການບິນລະບຸວ່າ ການຕັດສິນໃຈໃນຄັ້ງນີ້ເປັນໄປເພື່ອຮັກສາອານາຄົດຂອງເວີຈິນ ອອສເຕເລຍ ກຣຸ໊ບ.

ໃນຂະນະທີ່ທ່ານ ວອນ ສະຕຣອບບຣິດ ເຊິ່ງໄດ້ຮັບການແຕ່ງຕັ້ງໃຫ້ຮັບໜ້າທີ່ດຳເນີນການປັບໂຄງສ້າງຂອງເວີຈິນ ອອສເຕຣເລຍ ໄດ້ລະບຸວ່າ ການປັບໂຄງສ້າງຄັ້ງນີ້ໜ້າຈະໃຊ້ເວລາບໍ່ດົນ ເນື່ອງຈາກມີຜູ້ໃຫ້ຄວາມສົນໃຈເຂົ້າມາລົງທຶນໃນເວີຈິນ ອອສເຕຣເລຍ ປະມານ 10 ບໍລິສັດ.

 

ຮຽບຮຽງຂ່າວ:​ພຸດສະດີ

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...