ຈັດອັນດັບມາດຕະການສະກັດກັ້ນໂຄວິດ-19ໃນອາຊຽນ “ລາວ-ຫວຽດນາມ” ໄດ້ 100 ຄະແນນ

ສະຖາບັນທີ່ສຶກສາດ້ານນະໂຍບາຍສາທາລະນະ ມະຫາວິທະຍາໄລ ອັອກຟອດ ຂອງອັງກິດ ໄດ້ເຮັດການສຳຫຼວດຄວາມເຂັ້ມງວດຂອງມາດຕະການສະກັດກັ້ນໂຄວິດ-19 ໃນ 122 ພື້ນທີ່ທົ່ວໂລກ ຜົນປະກົດວ່າປະເທດທີ່ມີມາດຕະການເຂັ້ມງວດທີ່ສຸດໃນອາຊຽນ ຄື ປະເທດ ຫວຽດນາມ ແລະ ສປປ ລາວ ໄດ້ 100 ຄະແນນເຕັມ, ຟິລິບປິນ 90.48 ຄະແນນ, ມາເລເຊຍ ແລະ ໄທ 85.71  ຄະແນນ, ອິນໂດເນເຊຍ 80.95 ຄະແນນ, ມຽນມາ 76.19 ຄະແນນ, ສິງກິໂປ 61.9 ຄະແນນ, ບຣູໄນ 52.38 ຄະແນນ.

ຕົວຊີ້ວັດໃນການຈັດອັນດັບໃນຄັ້ງນີ້ປະກອບມີ: ການສັ່ງປິດໂຮງຮຽນ-ສຳນັກງານ, ການຍົກເລີກກິດຈະກຳຕ່າງໆ, ການລະງັບບໍລິການຂົນສົ່ງສາທາລະນະ, ການເຜີຍແຜ່ຂໍ້ມູນໃຫ້ປະຊາຊົນ ແລະ ການຈຳກັດການເຄື່ອນຍ້າຍຂອງປະຊາຊົນ.

ປັດຈຸບັນ, ທຸກປະເທດໃນອາຊຽນໄດ້ຫັນມາໃຊ້ມາດຕະການປ້ອງກັນໂຄວິດ-19 ໃນທິດທາງດຽວກັນ ສ່ວນຄວາມເຂັ້ມຂຸ້ນຂອງແຕ່ລະມາດຕະການແມ່ນຂຶ້ນຢູ່ກັບນະໂຍບາຍຂອງລັດຖະບານແຕ່ລະປະເທດ.

ປະເທດລາວໄດ້ເລີ່ມໃຊ້ມາດຕະການປິດໂຮງຮຽນຕັ້ງແຕ່ວັນທີ 19 ມີນາ ທີ່ຜ່ານມາ ແລະ ກໍ່ຕາມມາດ້ວຍການປິດສຳນັກງານ, ການຍົກເລີກກິດຈະກຳ, ການປິດດ່ານຊາຍແດນ, ການລະງັບການຂົນສົ່ງສາທາລະນະ, ການຈຳກັດການເຄື່ອນຍ້າຍຂອງປະຊາຊົນພາຍໃນປະເທດ ແລະ ການຈຳກັດການເຄື່ອນຍ້າຍຕ່າງປະເທດ ເຊັ່ນດຽວກັນກັບຫວຽດນາມທີ່ມີຊາຍແດນຕິດກັບຈີນແຕ່ກໍ່ໃຊ້ມາດຕະການຕັ້ງແຕ່ເລີ່ມຕົ້ນມີການລະບາດ ຈຶ່ງເຮັດໃຫ້ສາມາດຄວບຄຸມສະຖານະການໄດ້ໄວ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ໂທລະພາບ Thai PBS