spot_img
Homeນານາສາລະຫຼຸດການແຜ່ເຊື້ອໂຄວິດ-19 ສູ່ຄົນອື່ນ! ຢ່າໃຊ້ແຕ່ມືປິດປາກ-ດັງເວລາໄອ ຫຼື ຈາມ

ຫຼຸດການແຜ່ເຊື້ອໂຄວິດ-19 ສູ່ຄົນອື່ນ! ຢ່າໃຊ້ແຕ່ມືປິດປາກ-ດັງເວລາໄອ ຫຼື ຈາມ

Published on

ມືທັງສອງຂອງທ່ານອາດເປັນຕົວການແຜ່ເຊື້ອໂຄວິດ-19 ໄດ້ ພຽງແຕ່ທ່ານໃຊ້ມືປິດປາກເວລາໄອ ຫຼື ຈາມເທົ່ານັ້ນ ເພາະເຊື້ອໂຣກຈະຕິດໄປກັບມືເມື່ອເວລາໄປສຳພັດກັບວັດຖຸຕ່າງໄດ້ ເມື່ອເຊື້ອໂຣກໄປເກາະສິ່ງເຫຼົ່ານັ້ນ ຖ້າມີຄົນໄປສຳພັດຕໍ່ ເຊື້ອກໍ່ຈະກະຈາຍໄປທົ່ວ ເມື່ອຮູ້ແບບນີ້ແລ້ວເວລາໄອ-ຈາມ ທຸກຄັ້ງເມື່ອໃຊ້ມືປິດປາກແມ່ນຕ້ອງຟ້າວລ້າງມືດ້ວຍສະບູ ພ້ອມສີດແອລກໍຮໍ 75% ຂ້າເຊື້ອທັນທີ.

ການປ້ອງກັນເຊື້ອໂຣກບໍ່ໃຫ້ກະຈາຍໄປສູ່ຄົນອື່ນ ເວລາໄອ ຫຼື ຈາມ ຫາກທ່ານບໍ່ໄດ້ໃສ່ຜ້າປິດປາກ-ດັງ ທ່ານຄວນເອົາທິດຊູ (ເຈ້ຍອະນາໄມ) ມາປິດປາກ-ດັງທຸກຄັ້ງ ຫຼັງຈາກນັ້ນຈຶ່ງນຳທິດຊູໄປຖິ້ມໃຫ້ລົງຖັງຂີ້ເຫຍື້ອ. ຫາກກໍລະນີບໍ່ມີເຈ້ຍອະນາໄມ ແມ່ນໃຫ້ໃຊ້ສອກປິດປາກ-ດັງແທນ ເຊິ່ງວິທີນີ້ແມ່ນຈະຊ່ວຍໄດ້ໃນລະດັບໜຶ່ງ.

ຫາກທ່ານມີອາການເປັນຫວັດ ຫຼື ໄອ ແລະ ສົງໃສວ່າຕົວເອງອາດຕິດເຊື້ອໂຄວິດ-19 ໃຫ້ສວມໃສ່ໜ້າກາກອະນາໄມ ແລະ ໝັ່ນລ້າງມືສະເໝີ ພ້ອມກັບກັກບໍລິເວນຕົວເອງ ເພື່ອປ້ອງກັນການແຜ່ເຊື້ອສູ່ຄົນອື່ນ ຈາກນັ້ນກໍ່ໄປພົບແພດທີ່ໂຮງໝໍ ເພື່ອກວດອາການ ພ້ອມທັງໃຫ້ຂໍ້ມູນກັບແພດຢ່າງລະອຽດ ເຊິ່ງຈະເປັນປະໂຫຍດຕໍ່ແພດໃນການວິນິໄສໂຣກ.

 

ຮຽບຮຽງບົດ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...