spot_img
Homeຂ່າວຕ່າງປະເທດງານວິໄຈຊີ້ ໂຄວິດ-19 ເຮັດໃຫ້ຄົນທຸກທົ່ວໂລກເພີ່ມຂຶ້ນ 500 ລ້ານຄົນ

ງານວິໄຈຊີ້ ໂຄວິດ-19 ເຮັດໃຫ້ຄົນທຸກທົ່ວໂລກເພີ່ມຂຶ້ນ 500 ລ້ານຄົນ

Published on

ວັນທີ 9 ເມສາ ສຳນັກຂ່າວ BBC ລາຍງານຂໍ້ມູນຈາກອົງການອົກແຟັມ (Oxfam) ວ່າການແຜ່ລະບາດຂອງພະຍາດໄວຣັສໂຄວິດ-19 ສົ່ງຜົນໃຫ້ເສດຖະກິດໄດ້ຮັບຜົນກະທົບ ແລະ ເຮັດໃຫ້ຈຳນວນຄົນທຸກທົ່ວໂລກເພີ່ມຂຶ້ນປະມານ 500 ລ້ານຄົນ.

ອົງການ ອົກແຟັມອ້າງອີງການວິໄຈຈາກ ມະຫາວິທະຍາໄລແຫ່ງຊາດອົດສະຕາລີ ແລະ ວິທະຍາໄລ King’s College ໃນລອນດອນ ລະບຸວ່າ ຈະເປັນເທື່ອທຳອິດທີ່ຈຳນວນຄົນທຸກຈະເພີ່ມສູງຂຶ້ນໃນຮອບ 30 ປີ ພ້ອມໃຫ້ຄຳຄິດເຫັນວ່າວິກິດເສດຖະກິດອາດຮຸນແຮງກວ່າຍິ່ງກວ່າວິກິດສຸຂະພາບ. ລາຍງານລະບຸວ່າ ຜົນກະທົບທີ່ເກີດຂຶ້ນຈາກໄວຣັສ ໄດ້ກໍ່ເກີດຄວາມທ້າທາຍຕໍ່ເປົ້າໝາຍການພັດທະນາຢ່າງຢັ້ງຢືນຂອງສະຫະປະຊາຊາດ ໃນສ່ວນຂອງການກຳຈັດຄວາມທຸກຍາກພາຍໃນປີ 2030.

ອາຈານແຫ່ງວິທະຍາໄລ King’s College ທ່ານ ແອນດີ ຊຳເນີ (Andy Sumner) ລະບຸວ່າ ການຄົ້ນຄວ້າຂອງທາງວິທະຍາໄລຊີ້ເຖິງຄວາມສຳຄັນຂອງການຂະຫຍາຍເຄືອຂ່າຍຄວາມປອດໄພຂອງສັງຄົນຢ່າງໄວວາ ໃນປະເທດທີ່ກຳລັງພັດທະນາ ແລະ ສິ່ງທີ່ປະຊາຄົມນາໆຊາດສາມາດເຮັດໄດ້ຄືການໃຫ້ຄວາມຊ່ວຍເຫຼືອ.

ໃນຊ່ວງຂອງການລະບາດ ເກີນເຄິ່ງຂອງປະຊາກອນໂລກ 7.8 ພັນລ້ານຄົນ ອາດມີຊີວິດໃນຄວາມທຸກຍາກ ຄົນທຸກເກີດໃໝ່ຮ້ອຍລະ 40 ໃນອາຊີຕາເວັນອອກ ແລະ ປາຊິຟິກ, ອີກປະມານ 1 ໃນ 3 ແມ່ນຢູ່ໃນ ຊະຮະຣາ, ອາຟິກາ ແລະ ອາຊີໃຕ້.

ທ່ານ ແດນນີ ສຣີສະກັນດາລາຊາ (Danny Sriskandarajah) ຜູ້ບໍລິຫານໃຫຍ່ອົງການອົກແຟັມ ປະຈຳອັງກິດກ່າວວ່າ ຄົນງານຫຼາຍພັນລ້ານຄົນໃນປະເທດທຸກຍາກທີ່ມີເງິນບໍ່ພໍ ບໍ່ມີຫຼັກປະກັນຢ່າງຄ່າໃຊ້ຈ່າຍໃນຊ່ວງລາໄຂ້ ຫຼື ເງິນຊ່ວຍຈາກລັດຖະບານ. ຜູ້ບໍລິຫານກໍ່ໄດ້ກ່າວເພີ່ມເຕີມວ່າ ການປະຊຸມທະນາຄານໂລກ ແລະ ກຸ່ມ G20 ອາທິດໜ້າເປັນໂອກາດສຳຄັນສຳຫຼັບບັນດາຜູ້ນຳໂລກ ທີ່ຈະຊ່ວຍເຫຼືອເສດຖະກິດຮ່ວມກັນ ເພື່ອປົກປ້ອງຄົນອ່ອນແອທີ່ສຸດໃນສັງຄົມ.

ຕົ້ນອາທິດທີ່ຜ່ານມາ ອົງການນາໆຊາດຫຼາຍກວ່າ 100 ອົງການໄດ້ຂໍໃຫ້ລະເວັ້ນການຊຳລະໜີ້ໃນປີນີ້ ໂດຍສະເພາະສຳຫຼັບປະເທດທີ່ກຳລັງພັດທະນາ, ເຮັດໃຫ້ມີຈຳນວນເງິນ 25 ພັນລ້ານດອນລາໄວ້ສະໜັບສະໜຸນເສດຖະກິດໃນປະເທດ.

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...