spot_img
Homeຂ່າວຕ່າງປະເທດເຊື້ອໂຄວິດ-19 ໃນຜູ້ປ່ວຍ 51 ຄົນໃນເກົາຫຼີໃຕ້ຄືນຊີບໄດ້ຍ້ອນຫຍັງ "ເຊື້ອຖືກກະຕຸ້ນໃໝ່ ຫຼື ຄວາມຜິດພາດ"

ເຊື້ອໂຄວິດ-19 ໃນຜູ້ປ່ວຍ 51 ຄົນໃນເກົາຫຼີໃຕ້ຄືນຊີບໄດ້ຍ້ອນຫຍັງ “ເຊື້ອຖືກກະຕຸ້ນໃໝ່ ຫຼື ຄວາມຜິດພາດ”

Published on

ສຳນັກຂ່າວເດລີເມລ ລາຍງານເມື່ອວັນທີ 7 ເມສາ ວ່າ ເກົາຫຼີໃຕ້ພົບຜູ້ປ່ວຍໃນເມືອງ ແທກູ ຫຼື ແດກູ ສູນກາງການແຜ່ລະບາດໃນປະເທດທີ່ປິ່ນປົວດີແລ້ວ 51 ຄົນ ມີຜົນກວດເຊື້ອໂຄວິດ-19 ເປັນບວກອີກຄັ້ງ ຫຼັງຈາກພວກເຂົາໄດ້ຮັບອະນຸຍາດໃຫ້ອອກໂຮງໝໍບໍ່ພໍເທົ່າໃດມື້.

ສູນຄວບຄຸມ ແລະ ປ້ອງກັນການລະບາດແຫ່ງຊາດເກົາຫຼີໃຕ້ (KCDC) ສັນນິຖານວ່າ ໄວຣັດສາຍພັນໃໝ່ໃນຮ່າງກາຍຜູ້ປ່ວຍກຸ່ມນີ້ຖືກກະຕຸ້ນຂຶ້ນອີກຄັ້ງ ຫຼາຍກວ່າຈະແມ່ນການໄດ້ຮັບເຊື້ອໃໝ່ ພ້ອມລະບຸວ່າເຊື້ອໄວຣັດຊະນິດນີ້ສາມາດຢູ່ໃນພາວະສະຫງົບ ສົ່ງຜົນໃຫ້ກວດສອບບໍ່ພົບວ່າມີການຕິດເຊື້ອໃນເຊລຂອງມະນຸດ.

ທ່ານ ຊອງ ອຶນຄຍອງ ເລຂາທິການສູນ KCDC ຖະແຫຼງການວ່າ ໄດ້ສົ່ງເຈົ້າໜ້າທີ່ໄປທີ່ເມືອງແທກູຢ່າງຮີບດ່ວນ ເພື່ອເລັ່ງສອບສວນກໍລະນີພົບຜູ້ຕິດເຊື້ອຊໍ້າອີກ ແລະ ຈະເລັ່ງຫາມາດຕະການເພື່ອຮັບມືກັບສະຖານະການໃນລັກສະນະດັ່ງກ່າວທີ່ອາດຈະເກີດຂຶ້ນໃນອະນາຄົດ.

ດຣ. ພອລ ຮັນເຕີ ສາສະດາຈານດ້ານໂຣກລະບາດຈາກມະຫາວິທະຍາໄລ ອີສແຕງເກລຍ ໃນປະເທດ ອັງກິດ ໃຫ້ສຳພາດ ເດລີເມລອອນລາຍວ່າ ເຫັນດີກັບການສັນນິຖານຂອງເຄຊີດີຊີວ່າຜູ້ປ່ວຍກຸ່ມນີ້ບໍ່ໄດ້ຕິດເຊື້ອໃໝ່ ແຕ່ກໍ່ບໍ່ເຊື່ອວ່າໄວຣັດຈະຖືກກະຕຸ້ນອີກຄັ້ງເຊັ່ນດຽວກັນ ແຕ່ສ່ວນຕົວຄິດວ່າກໍລະນີດັ່ງກ່າວເປັນໄປໄດ້ສູງທີ່ຈະເກີດຄວາມຜິດພາດໃນການກວດຫາເຊື້ອໂຄວິດ-19 ໃນເບື້ອງຕົ້ນຈຶ່ງເຮັດໃຫ້ຜົນອອກມາເປັນລົບ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13...

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...