spot_img
Homeຂ່າວທ້ອງຖິ່ນຄົນຍີ່ປຸ່ນ 119 ຄົນ ທີ່ອາໄສໃນລາວ ເດີນທາງກັບປະເທດດ້ວຍຖ້ຽວບິນພິເສດຂອງການບິນລາວ

ຄົນຍີ່ປຸ່ນ 119 ຄົນ ທີ່ອາໄສໃນລາວ ເດີນທາງກັບປະເທດດ້ວຍຖ້ຽວບິນພິເສດຂອງການບິນລາວ

Published on

ເນື່ອງຈາກຂໍ້ຈຳກັດດ້ານການເດີນທາງ ແລະ ການຍົກເລີກຖ້ຽວບິນສາກົນ ທີ່ອອກມາເມື່ອບໍ່ດົນມານີ້ ຍ້ອນການລະບາດຂອງພະຍາດ COVID-19, ເຮັດໃຫ້ຄົນຍີ່ປຸ່ນ ຈຳນວນ 119ຄົນ ທີ່ທັງອາໄສ ແລະ ມາທ່ອງທ່ຽວຢູ່ ລາວ ບໍ່ສາມາດອອກຈາກ ສປປ ລາວ ໄດ້ ຈຶ່ງໄດ້ຮ້ອງຂໍການຊ່ວຍເຫຼືອເພື່ອກັບຄືນຍີ່ປຸ່ນ.

ເພື່ອຕອບສະໜອງຕໍ່ການຮ້ອງຂໍຈາກສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວການບິນລາວ ໄດ້ເຫັນດີຈັດຖ້ຽວບິນພິເສດທີ່ບິນກົງ ໄປຍັງສະໜາມບິນນາຣິຕະ (ແຂວງ ຈິບະ) ຢູ່ຍີ່ປຸ່ນ ເຊິ່ງໄດ້ເດີນທາງອອກຈາກນະຄອນຫຼວງວຽງຈັນ ກ່ອນຮຸ່ງເຊົ້າຂອງວັນທີ 6 ເມສາ ທີ່ຜ່ານມາ.

ໃນເວລາເດີນທາງ, ພະນັກງານສະຖານທູດຍີ່ປຸ່ນໄດ້ຊ່ວຍເຫຼືອຜູ້ໂດຍສານ ຢູ່ທີ່ສະໜາມບິນ ເພື່ອໃຫ້ການເດີນທາງ ດໍາເນີນໄປດ້ວຍດີ. ພ້ອມກັນນັ້ນກະຊວງໂຍທາທິການ ແລະ ຂົນສົ່ງກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ຊ່ວຍອຳນວຍຄວາມສະດວກໃນການດໍາເນີນງານຂອງຖ້ຽວບິນດັ່ງກ່າວ.

ທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວໄດ້ຕ້ອນຮັບຈຸບິນຂອງຖ້ຽວບິນ ທີ່ເດີນທາງກັບມາຈາກ ຍີ່ປຸ່ນ ພ້ອມກັບ ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການບໍລິສັດການບິນລາວຢູ່ທີ່ສະໜາມບິນສາກົນວັດໄຕ ໃນຕອນຄໍ່າຂອງວັນຈັນ. ທ່ານທູດໄດ້ກ່າວສະແດງຄວາມຂອບໃຈ ເປັນຢ່າງສູງຕໍ່ກັບຈຸບິນ ແລະ ພະນັກງານຂອງການບິນລາວ ທີ່ເຮັດວຽກຢ່າງໜັກທັງເວັນ ແລະ ຄືນ ເພື່ອເຮັດໃຫ້ຖ້ຽວບິນພິເສດນີ້ເກີດຂຶ້ນ.

 

ຮຽງຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13...

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...