Homeຂ່າວຕ່າງປະເທດຮາໂນ່ຍຕັ້ງຈຸດກວດເຊື້ອໂຄວິດ-19 ຟຣີ ຫຼາຍກວ່າ 10 ຈຸດ! ຫວັງປ້ອງກັນການລະບາດ

ຮາໂນ່ຍຕັ້ງຈຸດກວດເຊື້ອໂຄວິດ-19 ຟຣີ ຫຼາຍກວ່າ 10 ຈຸດ! ຫວັງປ້ອງກັນການລະບາດ

Published on

ໜັງສືພິມທ້ອງຖິ່ນ ຫວຽດນາມ ລາຍງານວ່າ ເມື່ອວັນທີ 31 ມີນາ 2020 ທີ່ຜ່ານມາວ່າ ນະຄອນຫຼວງຮາໂນ່ຍ ເມືອງຫຼວງຂອງຫວຽດນາມ ໄດ້ຈັດຈຸດກວດເຊື້ອໂຄວິດ-19 ຫຼາຍຈຸດ ເຊິ່ງໃຊ້ເວລາກວດບໍ່ດົນ ແລະ ບໍ່ເສຍຄ່າໃຊ້ຈ່າຍ.

ທ່ານ ຄົງ ໝິ່ນ ຕ່ວນ (Khong Minh Tuan) ຮອງຜູ້ອຳນວຍການສູນຄວບຄຸມ ແລະ ປ້ອງກັນໂຣກຂອງຮ່າໂນ່ຍ ໃຫ້ຮູ້ວ່າ ຈຸດກວດໂຄວິດ-19 ໄດ້ຖືກຈັດຕັ້ງປະຕິບັດຂຶ້ນແຖວກາງໃຈເມືອງ 2 ແຫ່ງ ແລະ ເຂດຊານເມືອງອີກ 1 ແຫ່ງຂອງນະຄອນຫຼວງຮາໂນ່ຍ.

ໜັງສືພິມລະບຸວ່າ ລັດຖະບານ ຫວຽດນາມ ຫວັງວ່າມາດຕະການດັ່ງກ່າວຈະຊ່ວຍໃຫ້ເຈົ້າໜ້າທີ່ສາທາລະນະສຸກກວດພົບການຕິດເຊື້ອໃນຊຸມຊົນໄດ້ຕັ້ງແຕ່ຊ່ວງໄລຍະທຳອິດ ແລະ ຊ່ວຍສະກັດກັ້ນການແຜ່ລະບາດໄດ້ທັນການ.

ທັງນີ້, ກະຊວງສາທາລະນະສຸກຫວຽດນາມລາຍງານວ່າ ປັດຈຸບັນ ຫວຽດນາມມີຍອດຜູ້ປ່ວຍສະສົມ 204ຄົນ ແລະ ຮັກສາຫາຍແລ້ວ 55 ຄົນ.

 

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: sanook.com

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...