spot_img
Homeຂ່າວຕ່າງປະເທດຊວຍຊໍ້າ! ແຮງງານລາວ 24 ຄົນ ຈະກັບບ້ານແຕ່ຖືກລົດຕູ້ປະຖິ້ມແຄມທາງເຈົ້າໜ້າທີ່ໄທເຂົ້າຊ່ວຍເຫຼືອ

ຊວຍຊໍ້າ! ແຮງງານລາວ 24 ຄົນ ຈະກັບບ້ານແຕ່ຖືກລົດຕູ້ປະຖິ້ມແຄມທາງເຈົ້າໜ້າທີ່ໄທເຂົ້າຊ່ວຍເຫຼືອ [ມີຄຣິບ]

Published on

ເວັບໄຊຂ່າວໄທເສລີນິວ ລາຍງານເມື່ອວັນທີ 25 ມີນາ 2020 ວ່າ ເມື່ອເວລາ 6:00 ໂມງຂອງມື້ດຽວກັນ ເຈົ້າໜ້າທີ່ຮັກສາຄວາມປອດໄພຕາມຊາຍແດນບ້ານ ປາກແຊງ, ຕໍາບົນ ພະລານ ຈັງຫວັດ ອຸບົນຣາຊະທານີ ໄດ້ຮັບແຈ້ງຄວາມຈາກລູກບ້ານວ່າ ພົບແຮງງານລາວຈຳນວນ 24 ຄົນ ເປັນຊາຍ 14 ຄົນ ແລະ ຍິງ 10 ຄົນ ມີເດັກນ້ອຍເພດຊາຍອີກ 1 ຄົນ ຢູ່ໃນປ່າທາງທິດຕາເວັນຕົກຂອງໝູ່ບ້ານ ຈຶ່ງໄດ້ນຳກຳ ລັງປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເຂົ້າກວດສອບ ພ້ອມນຳຕົວທັງໝົດໄປສອບສວນ.

ໃນເບື້ອງຕົ້ນແຮງງານລາວໄດ້ບອກກັບເຈົ້າໜ້າທີ່ວ່າ ພວກຕົນໄດ້ພາກັນຈ້າງລົດຕູ້ຄັນໜຶ່ງມາຈາກບາງກອກ ເພື່ອໃຫ້ມາສົ່ງທີ່ດ່ານກວດຄົນເຂົ້າເມືອງປາກແຊງ ໃນລາຄາ 3,500-3,700 ບາດ ໃນຕອນເຊົ້າ ແທນທີ່ລົດຕູ້ຄັນດັ່ງກ່າວຈະພາພວກຕົນມາສົ່ງທີ່ດ່ານຕາມທີ່ຕົກລົງກັນ ຄົນຂັບລົດຕູ້ພັດຂັບລົດເຂົ້າໄປໃນປ່າແຄມທາງແລ້ວບອກໃຫ້ພວກຕົນລົງ ຈາກນັ້ນກໍ່ຟ້າວຂັບລົດໜີ.

ແຮງງານສາວລາວຄົນໜຶ່ງໄດ້ເລົ່າວ່າ ເຫດຜົນທີ່ພວກຕົນຕ້ອງເໝົາລົດຕູ້ມາ ເນື່ອງຈາກວ່າ 22 ຄົນບໍ່ມີເອກະສານເດີນທາງ ມີພຽງ 2 ຄົນທີ່ມີໜັງສືພາສປອດ ດັ່ງນັ້ນທາງລົດຕູ້ຈຶ່ງຮຽກເກັບຄ່າລົດແພງ ໂດຍບອກວ່າຈະນຳເງິນໄປຈ່າຍເພື່ອໄກ່ເກ່ຍຕາມເສັ້ນທາງ ແລະ ທີ່ພວກຕົນຕ້ອງກັບບ້ານຊ້າ ຍ້ອນວ່າຕ້ອງໄດ້ລໍຖ້າຮັບເງິນຄ່າແຮງງານກ່ອນ.

ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນຳແຮງງານລາວທັງໝົດສົ່ງດຳເນີນເລື່ອງຕາມຂັ້ນຕອນຕໍ່ໄປ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...