spot_img
Homeຂ່າວຕ່າງປະເທດມຽນມາຢືນຢັນພົບຜູ້ຕິດເຊື້ອ "ໂຄວິດ-19" 2 ຄົນທຳອິດໃນປະເທດ

ມຽນມາຢືນຢັນພົບຜູ້ຕິດເຊື້ອ “ໂຄວິດ-19” 2 ຄົນທຳອິດໃນປະເທດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຢາງກຸງ ປະເທດ ມຽນມາ ເມື່ອວັນທີ 24 ມີນາ ວ່າ ກະຊວງ ສາທາລະນະສຸກ ຂອງມຽນມາອອກມາຖະແຫຼງການເມື່ອຄໍ່າຄືນຂອງວັນທີ 23 ມີນາ ກ່ຽວກັບກໍລະນີພົບຜູ້ຕິດເຊື້ອໂຄວິດ-19 ຢ່າງນ້ອຍ 2 ຄົນ ເຊິ່ງເປັນຊາຍອາຍຸ 36 ປີ ທີ່ຫາກໍ່ເດີນທາງກັບມາຈາກອາເມລິກາ ແລະ ຊາຍອາຍຸ 26 ປີ ທີ່ມີປະຫວັດເດີນທາງໄປທີ່ປະເທດອັງກິດເມື່ອບໍ່ດົນມານີ້. ປັດຈຸບັນ, ທາງເຈົ້າໜ້າທີ່ກຳລັງເລັ່ງຕິດຕາມຜູ້ທີ່ໄດ້ສຳພັດໃກ້ຊິດກັບຊາຍທັງສອງຄົນເພື່ອເຂົ້າພົບເຈົ້າໜ້າທີ່ສາທາລະນະສຸກແລ້ວ.

ແນ່ນອນວ່າການປະກາດດັ່ງກ່າວຂອງລັດຖະບານໄດ້ສ້າງຄວາມແຕກຕື່ນຢ່າງໜັກໃຫ້ກັບປະຊາຊົນ ໂດຍສະເພາະເມືອງ ຢາງກຸງທີ່ເປັນເມືອງໃຫຍ່ ມີປະຊາຊົນຈຳນວນຫຼາຍພາກັນອອກໄປຊື້ສິນຄ້າເພື່ອກັກຕຸນ.

ລັດຖະບານມຽນມາ ຍົກລະດັບມາດຕະການປ້ອງກັນເຊື້ອໂຄວິດ-19 ໃນປະເທດເມື່ອກາງເດືອນນີ້ ລວມເຖິງການຫ້າມຈັດງານທີ່ມີຜູ້ເຂົ້າຮ່ວມຈຳນວນຫຼາຍຈົນໝົດເດືອນເມສານີ້ ເຊິ່ງກໍ່ໝາຍຄວາມວ່າງານສົງການໃນປີນີ້ຖືກຍົກເລີກໂດຍອັດຕະໂນມັດ ແລະ ຍັງຂໍໃຫ້ປະຊາຊົນເພີ່ມວິຈາລະຍານໃນການກັ່ນກອງຂ່າວສານ ແລະ ການກຳນົດແນວທາງຊ່ວຍເຫຼືອພາກທຸລະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ ເນື່ອງຈາກວຽກງານການຜະລິດສ່ວນໃຫຍ່ຂອງມຽນມາແມ່ນວັດຖຸດິບຈາກຈີນ.

ນອກຈາກນີ້, ກະຊວງການຕ່າງປະເທດຂອງມຽນມາອອກຖະແຫຼງການເມື່ອວັນເສົາທີ່ຜ່ານມາ ລະງັບການອອກວີຊ່າອິເລັກໂທຣນິກ ແລະ ການກວດກາໜ້າດ່ານໃຫ້ກັບພົນລະເມືອງທຸກຊາດ ຈົນເຖິງ 30 ເມສານີ້ ຍົກເວັ້ນເຈົ້າໜ້າທີ່ທາງການທູດທີ່ມີສະຖານທູດໃນມຽນມາ ເຈົ້າໜ້າທີ່ໜ່ວຍງານໃນສັງກັດສະຫະປະຊາຊາດ ແລະ ເຈົ້າໜ້າທີ່ອົງການລະຫວ່າງປະເທດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...