spot_img
Homeຂ່າວທ້ອງຖິ່ນນາຍົກຢືນຢັນກວດເຊື້ອຟຣີ ແລະ ປິ່ນປົວຟຣີກໍລະນີມີອາການເຂົ້ານິຍາມຕິດເຊື້ອໂຄວິດ-19

ນາຍົກຢືນຢັນກວດເຊື້ອຟຣີ ແລະ ປິ່ນປົວຟຣີກໍລະນີມີອາການເຂົ້ານິຍາມຕິດເຊື້ອໂຄວິດ-19

Published on

ໃນວັນທີ 16 ມີນາ 2020​ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການເຝົ້າລະວັງ ແລະ ຄວບຄຸບການລະບາດຂອງພະຍາດ COVID-19 ຢູ່ທີ່ຂົວມິດຕະພາບແຫ່ງທີ 1, ໂຮງໝໍ 103,​ ໂຮງໝໍມິດຕະພາບ ແລະ ສະໜາມບິນສາກົນວັດໄຕ ເຊິ່ງການລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້ ທ່ານນາຍົກໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດ ມາດຕະການຕ້ານ ແລະ ຄວບຄຸມການແຜ່ລະບາດເຊື້ອພະຍາດ COVID-19 ຈາກພາກສ່ວນທີ່ກ່ຽວຂ້ອງ.​

ຫຼັງຈາກນັ້ນ ທ່ານໄດ້ໃຫ້ສຳພາດຕໍ່ສື່ມວນຊົນໂດຍໄດ້ຢັ້ງຢືນວ່າ: ປັດຈຸບັນນີ້ ສປປ ລາວ ໄດ້ມີຄວາມພ້ອມໃນທຸກດ້ານເພື່ອຮອງຮັບການລະບາດຂອງພະຍາດທີ່ອາດຈະແຜ່ລະບາດ ຢູ່ ສປປ ລາວ ບໍ່ວ່າທາງດ້ານບຸກຄະລາກອນ, ອຸປະກອນການແພດທີ່ທັນສະໄໝ, ສະຖານທີ່ຮອງຮັບຄົນເຈັບ ແລະ ໂຮງໝໍຕ່າງໆ ກໍ່ມີຄວາມກຽມພ້ອມທຸກຢ່າງ. ພ້ອມນັ້ນ,​ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ປະຕິບັດໜ້າທີ່ໃນການເຝົ້າລະວັງຢູ່ທຸກຂະແໜງການທີ່ກ່ຽວຂ້ອງທີ່ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານຂອງຕົນຢ່າງມີຄວາມຮັບຜິດຊອບສູງ.

ໃນການໃຫ້ສຳພາດທ່ານນາຍົກຍັງກ່າວຢໍ້າຕື່ມອີກວ່າ ກໍລະນີຜູ້ໃດທີ່ມີອາການທີ່ເຂົ້າໃນນິຍາມຂອງພະຍາດ COVID-19 ແມ່ນໃຫ້ໄປກວດຟຣີໂດຍບໍ່ໄດ້ເສຍຄ່າ ແລະ ຖ້າຫາກຜູ້ໃດທີ່ຕິດເຊື້ອພະຍາດ COVID-19 ແມ່ນປິ່ນປົວຟຣີເຊັ່ນດຽວກັນ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: Lao Youth Radio FM 90.0 Mhz

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...