Homeຂ່າວທ້ອງຖິ່ນແຂວງອຸດົມໄຊອອກມາດຕະການເລື່ອນ-ໂຈະຊົ່ວຄາວ ການຈັດງານບຸນ, ງານຊຸມນຸມ ປ້ອງກັນ COVID-19

ແຂວງອຸດົມໄຊອອກມາດຕະການເລື່ອນ-ໂຈະຊົ່ວຄາວ ການຈັດງານບຸນ, ງານຊຸມນຸມ ປ້ອງກັນ COVID-19

Published on

ເຈົ້າແຂວງອຸດົມໄຊ ແລະ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ອອກຄຳສັ່ງແນະນຳເຖິງທ່ານເຈົ້າເມືອງ 7 ເມືອງ, ຫົວໜ້າພະແນກການ, ອົງການຈັດຕັ້ງທຽບເທົ່າ, ຫົວໜ້າກອງບັນຊາການ ປກຊ ແລະປກສ, ຫົວໜ່ວຍທຸລະກິດ, ບໍລິສັດ, ຫ້າງຮ້ານ, ພໍ່ຄ້າ ແລະ ປະຊາຊົນບັນດາເຜົ່າ ພາຍໃນແຂວງອຸດົມໄຊ ໃຫ້ປະຕິບັດມາດຕະການເລື່ອນຫຼືໂຈະການຈັດງານບຸນ ແລະ ຊຸມນຸມຕ່າງໆ ທີ່ມີຜູ້ເຂົ້າຮ່ວມເປັນຈຳນວນຫຼາຍເປັນການຊົ່ວຄາວ ເພື່ອປ້ອງກັນການແຜ່ລະບາດຂອງ COVID-19. ພ້ອມກັນນີ້, ກໍ່ໄດ້ແຈ້ງໄປເຖິງບັນດາເຈົ້າຂອງກິດຈະການຕ່າງໆເຊັ່ນບ້ານພັກ, ໂຮງແຮມ, ສະຖານທີ່ທ່ອງທ່ຽວ, ບໍລິສັດ, ຫົວໜ່ວຍທຸລະກິດໃຫ້ປະຕິບັດ ກວດກາ ແລະ ຄັດກອງພະນັກງານ ບຸກຄົນທີ່ເຂົ້າມາຍ້ຽມຢາມ; ຖ້າພົບເຫັນຄົນທີ່ມີອາການສົງໄສ ຫຼື ມີອາການໄຂ້ ຕ້ອງລາຍງານໃຫ້ພະແນກສາທາລະນະສຸກ ຫຼື ນຳສົ່ງເຂົ້າໂຮງໝໍຢ່າງຮີບດ່ວນ ເພື່ອຕິດຕາມ ແລະ ກວດຫາເຊື້ອພະຍາດ; ໃຫ້ບັນດາຄູອາຈານໃນໂຮງຮຽນຕ່າງໆ ຕິດຕາມກວດການັກຮຽນ ຖ້າໂຮງຮຽນໃດມີຜູ້ທີ່ມີອາການສົງໄສ ແມ່ນໃຫ້ນຳສົ່ງໂຮງໝໍຢ່າງຮີບດ່ວນ ຫຼື ຖ້າໂຮງຮຽນໃດມີການລະບາດເກີດຂຶ້ນແມ່ນໃຫ້ໂຈະການຮຽນຊົ່ວຄາວ ຈົນກວ່າສະພາບສະຫງົບຈຶງໃຫ້ເຂົ້າຮຽນຕໍ່.

ໃນເວລານີ້ປະເທດລາວຍັງເປັນໜຶ່ງໃນປະເທດທີ່ຍັງບໍ່ມີລາຍງານຄົນຕິດເຊື້ອພະຍາດໄວຣັສສາຍພັນໃໝ່.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...