spot_img
Homeຂ່າວທ້ອງຖິ່ນລັດຖະບານຈະໃຫ້ການຊ່ວຍເຫຼືອດ້ານເບ້ຍລ້ຽງນັກສຶກສາລາວທີ່ຍັງຢູ່ເມືອງ ອູຮັ່ນ

ລັດຖະບານຈະໃຫ້ການຊ່ວຍເຫຼືອດ້ານເບ້ຍລ້ຽງນັກສຶກສາລາວທີ່ຍັງຢູ່ເມືອງ ອູຮັ່ນ

Published on

ໜັງສືພິມວຽງຈັນທາມລາຍງານວ່າ ໃນວັນທີ 6 ມີນາ ທີ່ຜ່ານມາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ນໍາສະເໜີຕໍ່ລັດຖະບານ ເພື່ອໃຫ້ການຊ່ວຍເຫຼືອແບ່ງເບົາພາລະຂອງນັກສຶກສາ 43 ຄົນ ທີ່ຕິດຄ້າງຢູ່ເມືອງ ອູຮັ່ນ.

ຕາມແຜນແມ່ນຈະໃຫ້ 200 ໂດລາສະຫະລັດ ຕໍ່ຄົນຕໍ່ເດືອນ ໃນໄລຍະເດືອນ ມີນາ ແລະ ເດືອນ ເມສາ 2020 ເຊີ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນໄດ້ຮັບການຢືນຢັນໃນການຖະແຫຼງຂ່າວຮ່ວມລະຫວ່າງກະຊວງ ສຶກສາທິການ ແລະ ກິລາ, ກະຊວງ ການຕ່າງປະເທດ ແລະ ກະຊວງ ສາທາລະນະສຸກ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 10 ມີນາ ທີ່ຜ່ານມາ.

ໃນຜ່ານມາ, ກະຊວງສຶກສາທິການ ແລະ ກິລາ ໄດ້ຊ່ວຍເຫຼືອໂດຍກົງໃຫ້ນັກສຶກສາ ຈໍານວນ 15 ລ້ານກີບ ຜ່ານສະມາຄົມມິດຕະພາບ ລາວ-ຈີນ 5 ລ້ານກີບ ແລະ ກະຊວງການຕ່າງປະເທດ ໄດ້ຊີ້ນໍາໃຫ້ສະຖານກົງສູນໃຫຍ່ ສປປ ລາວ ທີ່ເມືອງ ຊາງຊາ ໃຫ້ການຊ່ວຍເຫຼືອ ລວມເປັນເງິນ 40.000 ຢວນ ພ້ອມດ້ວຍໃຫ້ຄໍາປຶກສາ ແນະນໍາເປັນປົກກະຕິຕໍ່ນັກສຶກສາລາວ.

ເມືອງ ອູຮັ່ນ ເປັນສູນກາງຂອງການລະບາດເຊື້ອຈຸລະໂລກສາຍພັນໃໝ່ 2019 ທາງຝ່າຍຈີນໄດ້ເອົາໃຈໃສ່ຊ່ວຍເຫຼືອນັກສຶກສາລາວ ແລະ ຊາດອື່ນໆ ທີ່ຍັງຢູ່ເມືອງ ອູຮັ່ນ ແລະ ບັນດາແຂວງອື່ນໆ ດ້ວຍຄວາມຮັບຜິດຊອບສູງ, ປະຈຸບັນ ຈໍານວນນັກສຶກສາລາວ ນອກຈາກ 43 ຄົນ ທີ່ຕິດຄ້າງຢູ່ ເມືອງ ອູຮັ່ນ ແລ້ວກໍ່ຍັງມີຢູ່ ແຂວງອື່ນໆ ໃນ ສປ ຈີນ ຕື່ມອີກ 87 ຄົນ. ສໍາລັບນັກສຶກສາທີ່ຢູ່ເມືອງອື່ນໆແມ່ນບໍ່ໄດ້ຖືກຈໍາກັດການໄປມາຄືກັບນັກສຶກສາຢູ່ ເມືອງ ອູຮັ່ນ.

ອ່ານຂ່າວທີ່ກ່ຽວຂ້ອງກັບຫົວຂໍ້ຂ່າວຍ້ອນຫຼັງໄດ້ທີ່ລິ້ງ: ລັດຖະບານລາວຈະໃຫ້ການຊ່ວຍເຫຼືອນັກສຶກສາລາວ 43 ຄົນຢູ່ເມືອງອູຮັ່ນ

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...