spot_img
Homeຂ່າວທ້ອງຖິ່ນລາວມີແຜນຈະສ້າງເຂື່ອນໄຟຟ້ານໍ້າຂອງອີກຈຸດຢູ່ແຂວງຫຼວງພະບາງ

ລາວມີແຜນຈະສ້າງເຂື່ອນໄຟຟ້ານໍ້າຂອງອີກຈຸດຢູ່ແຂວງຫຼວງພະບາງ

Published on

ໜັງສືພິມວຽງຈັນໃໝ່ລາຍງານເມື່ອວັນທີ 9 ມີນາ 2020 ວ່າ ລາວເຮົາໄດ້ກະກຽມທີ່ຈະສ້າງເຂື່ອນພະລັງງານນໍ້າຕົກຢູ່ແມ່ນໍ້າຂອງ ແຂວງຫຼວງພະບາງ. ໂຄງການດັ່ງກ່າວເປັນໂຄງການທີ່ນອນຢູ່ໃນແຜນພັດທະນາເຂື່ອນຕາມລໍາແມ່ນໍ້າຂອງ ຄາດວ່າຈະສ້າງສໍາເລັດໃນປີ 2027. ປັດຈຸບັນ, ລາວມີເຂື່ອນໄຟຟ້າພະລັງງານນໍ້າຕົກຕາມລໍາແມ່ນໍ້າຂອງແລ້ວ 3 ແຫ່ງ ຄື: ຢູ່ແຂວງ ໄຊຍະບູລີ, ແຂວງ ອຸດົມໄຊ ແລະ ແຂວງ ຈໍາປາສັກ.

ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ໄດ້ກ່າວ ໃນບໍ່ດົນມານີ້ວ່າ: ປະຈຸບັນນີ້ລາວເຮົາໄດ້ກະກຽມທີ່ຈະສ້າງເຂື່ອນພະລັງງານນໍ້າຢູ່ແມ່ນໍ້າຂອງ ແຂວງຫຼວງພະບາງ. ໂຄງການດັ່ງກ່າວເປັນໂຄງການທີ່ນອນຢູ່ໃນແຜນພັດທະນາເຂື່ອນຕາມລໍາແມ່ນໍ້າຂອງ, ໂດຍມີທີ່ຕັ້ງຢູ່ຫຼັກກິໂລແມັດທີ 2.036 ກິໂລແມັດ ຈາກປາກແມ່ນໍ້າຂອງ ຫ່າງຈາກນະຄອນຫຼວງພະບາງ ໄປທາງທິດເໜືອ ປະມານ 25 ກິໂລແມັດ ເຊິ່ງຢູ່ລະຫວ່າງກາງ ໂຄງການພະລັງງານນໍ້າຈຸດປາກແບງ ແລະ ໂຄງການພະລັງງານນໍ້າ ໄຊຍະບູລີ, ເຊິ່ງຈະສ້າງເປັນຮູບແບບຝາຍນໍ້າລົ້ນ, ຄາດວ່າຈະມີກໍາລັງຕິດຕັ້ງສູງສຸດ 1.460 ເມກາວັດ.

ທ່ານ ຈັນສະແຫວງ ໄດ້ກ່າວຕື່ມວ່າ: ໂຄງການນີ້ຈະມີປະຕູລະບາຍນໍ້າລົ້ນ 9 ປ່ອງ, ໃນນີ້ 3 ປ່ອງແມ່ນເພື່ອຊ່ວຍລະບາຍຕະກອນ ຫຼື ສິ່ງເສດເຫຼືອ, ມີທາງເດີນເຮືອ 2 ພັກ ຊຶ່ງຈະສາມາດຮັບນໍ້າໜັກເຮືອໄດ້ 500 ໂຕນ ຕາມມາດຕະຖານຂອງບົດແນະນໍາໃນການສ້າງເຂື່ອນຕາມລໍາແມ່ນໍ້າຂອງສາກົນ ແລະ ມີຊ່ອງຂຶ້ນລົງຂອງສັດນໍ້າຢ່າງສະດວກສະບາຍ. ໂຄງການດັ່ງກ່າວຈະເລີ່ມກະກຽມນັບແຕ່ປີນີ້ ແລະ ຕາມແຜນແມ່ນຈະສ້າງສໍາເລັດໃນປີ 2027.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...