spot_img
Homeຂ່າວພາຍ​ໃນງານວາງສະແດງ banlao.la ແມ່ນຖືກເລື່ອນອອກໄປເນື່ອງຈາກໄວຣັສໂຄໂຣນາ

ງານວາງສະແດງ banlao.la ແມ່ນຖືກເລື່ອນອອກໄປເນື່ອງຈາກໄວຣັສໂຄໂຣນາ

Published on

ງານມະຫະກຳອະສັງຫາລິມະຊັບທີ່ໃຫຍ່ງານໜຶ່ງໃນວຽງຈັນແມ່ນຈຳຕ້ອງໄດ້ເລື່ອນອອກໄປເນື່ອງຈາກເປັນ ຫ່ວງດ້ານສຸຂະພາບຂອງປະຊາຊົນທີ່ຈະເຂົ້າຮ່ວມ ໃນຊ່ວງລະບາດຂອງເຊື້ອໄວຣັສໂຄໂຣນາເພາະມີຄົນເຂົ້າຮ່ວມງານເປັນຈຳນວນຫຼາຍ.

ການປະກາດເລື່ອນງານໃນວັນຈັນທີ່ຜ່ານມາ, ບໍລິສັດ ດິຈິຕອນຄລາດຊິຟາຍ ລາວ ທີ່ເປັນຜູ້ຈັດງານມະຫະກຳບ້ານ, ສິນເຊື່ອ ແລະ ໄລຟສະໄຕລ 2020, ໄດ້ແຈ້ງຢ່າງເປັນທາງການວ່າງານແມ່ນຈະໄດ້ເລື່ອນຈາກວັນທີ 13 – 15 ມີນາ 2020 ເປັນທ້າຍເດືອນພຶດສະພາກໍຄືວັນທີ 29, 30, 31 ພຶດສະພາ 2020 ແທນ; ເນື່ອງຈາກເປັນຫ່ວງດ້ານສຸຂະພາບຂອງຜູ້ເຂົ້າຮ່ວມງານໃນຊ່ວງຂອງໄວຣັສໂຄໂຣນາ.

ສຳລັບການຖະແຫຼງການຕໍ່ສື່ມວນຊົນທີ່ໄດ້ເຜີຍແຜ່ອອກໄປນີ້, ບັນດາຄູ່ຮ່ວມງານ, ພາກລັດ, ຜູ້ສະໜັບສະໜູນ, ບັນດາລູກຄ້າ ແລະ ຜູ້ເຂົ້າຮ່ວມງານ. ທ່ານ ເຈມສ໌ ໄວທ໌ເຮດ, ປະທານບໍລິສັດ ດິຈິຕອນຄລາດຊິຟາຍ ລາວ ໄດ້ແຈ້ງໃຫ້ຊາບວ່າ: ຂະນະນີ້ຍອດຂາຍຂອງງານແມ່ນໄດ້ເຖິງ 95% ແລະ ມີຜູ້ລົງທະບຽນເຂົ້າຮ່ວມຫຼາຍກວ່າ 5000 ຄົນແລ້ວ, “ເຊິ່ງໃນສະຖານະການໃນຕອນນີ້ (ການແຜ່ລະບາດຂອງໄວຣັສໂຄໂຣນາ) ອາດຈະເຮັດໃຫ້ເກີດຄວາມກັງວົນໃຈຕໍ່ຜູ້ເຂົ້າຮ່ວມງານ ແລະ ອາດກໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບ ແລະ ຄວາມປອດໄພຂອງຜູ້ເຂົ້າຮ່ວມ ຖ້າຫາກວ່ານຳເອົາຄົນເປັນໝື່ນມາເຕົ້າໂຮມການໃນບ່ອນດຽວ.” ອີງຕາມການຢືນຢັນຈາກທົ່ວໂລກວ່າຈຳນວນຜູ້ຕິດເຊື້ອແມ່ນຍັງສືບຕໍ່ເພີ່ມຂຶ້ນ, ຈຶ່ງມີການເຕືອນປະຊາຊົນທົ່ວໄປໃຫ້ຫຼີກລ່ຽງໄປງານໃຫຍ່ໆທີ່ສາມາດແຜ່ເຊື້ອໄດ້ງ່າຍ, ໂດຍສະເພາະງານທີ່ມີຄົນຕ່າງປະເທດເຂົ້າຮ່ວມຫຼາຍ.

ທ່ານນາງ ຈັນທະຈອນ ວົງໄຊ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ເຊິ່ງເປັນຜູ້ຮ່ວມຈັດງານຢ່າງເປັນທາງການໄດ້ໃຫ້ການຮັບຮອງຢ່າງເປັນທາງການ ແລະ ຕົກລົງເຫັນດີກັບການຕັດສິນໃຈຂອງດີຊີລາວ ໃນການເລື່ອນງານດັ່ງກ່າວ ເພື່ອຜົນປະໂຫຍດດ້ານສາທາລະນະສຸກ ແລະ ຄວາມປອດໄພ, ເພື່ອເຮັດໃຫ້ນັກລົງທຶນໄດ້ຮັບຜົນປະໂຫຍດທີ່ດີກວ່າຈາກງານທີ່ຈັດຂຶ້ນພຽງປີລະຄັ້ງເຊັ່ນນີ້, ທ່ານ ນາງຈັນທະຈອນ ຍັງໄດ້ກ່າວວ່າ: “ການເລື່ອນງານອອກໄປໃນຄັ້ງນີ້ອາດກໍ່ໃຫ້ເກີດຄວາມຫຍຸ້ງຍາກໃຫ້ແກ່ບາງພາກສ່ວນ ແຕ່ເຮົາເຊື່ອວ່າບໍລິສັດສ່ວນຫຼາຍແມ່ນເພິ່ງພໍໃຈໃນການເລື່ອນງານອອກໄປ ແລະ ເປັນຜົນດີຕໍ່ຜູ້ເຂົ້າຮ່ວມງານ.”

ທ່ານໄວທ໌ເຮດ ຍັງໄດ້ກ່າວເຖິງບັນດາຄູ່ຮ່ວມງານຂອງເຮົາເຊັ່ນ: ຜູ້ສະໜັບສະໜູນຫຼັກກໍຄື ບໍລິສັດ ໂຄຄາ ໂຄລາ ລາວ ແລະ ພາກລັດເຊັ່ນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແມ່ນໄດ້ເຫັນດີຮ່ວມກັນວ່າ “ຍ້ອນການລະບາດຂອງເຊື້ອໄວຣັສ, ບັນດາງານໃຫຍ່ໆເຊັ່ນງານໃນຄັ້ງນີ້ອາດຈະບໍ່ເໝາະທີ່ຈະໃຫ້ກຸ່ມຄົນຈຳນວນຫຼາຍເຕົ້າໂຮມກັນເພາະຈະເຮັດ ໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບ ແລະ ອາດຈະເຮັດໃຫ້ນັກລົງທຶນຈາກຕ່າງປະເທດບໍ່ສົນໃຈທີ່ຈະເຂົ້າຮ່ວມ.” ເນື່ອງຈາກງານມະຫະກຳອະສັງຫາລິມະຊັບທີ່ທາງດິຈິຕອນຄລາດຊິຟາຍໄດ້ຈັດກ່ອນໜ້ານີ້ໃນປີ 2019 ທີ່ຜ່ານມາແມ່ນມີນັກລົງທຶນຈາກຕ່າງປະເທດ, ຈາກອາຊຽນ ແລະ ທົ່ວໂລກເຂົ້າຮ່ວມຫຼາຍກວ່າ 2000 ຄົນ ແລະ ນັກລົງທຶນໃນລາວປະມານ 3000 ຄົນ.

ຖະແຫຼງການດັ່ງກ່າວຍັງໄດ້ກ່າວເຖິງຄວາມຈຳເປັນໃນການສະແດງຄວາມສາມັກຄີ ແລະ ການສະໜັບສະ ໜູນຕໍ່ຄູ່ຮ່ວມທຸລະກິດຈີນໃນລາວ ທີ່ປະສົບກັບຄວາມຫຍຸ້ງຍາກທາງວິກິດການໂລກ. “ນີ້ແມ່ນຊ່ວງເວລາທີ່ຫຍຸ້ງຍາກສຳລັບລູກຄ້າຂອງເຮົາ ທີ່ມີການພົວພັນທຸລະກິດກັບຕ່າງປະເທດ ແລະ ທຸລະກິດຂອງພວກເຂົາເອງ, ເຊິ່ງນັກລົງທຶນ ແລະ ຜູ້ເຂົ້າຮ່ວມງານສ່ວນໜຶ່ງກໍຍັງແມ່ນຄົນຕ່າງປະເທດຢູ່.”

ເຖິງຢ່າງໃດກໍ່ຕາມ, ການເລື່ອນໄປສອງເດືອນຂ້າງຫນ້າກໍເພື່ອເວັ້ນໄລຍະເວລາເພື່ອໃຫ້ສະຖານະການດີຂຶ້ນ, ຄຳຖະແຫຼງການຂອງທ່ານໄວທ໌ເຮດແມ່ນໄດ້ສະຫຼຸບວ່າ: ງານດັ່ງກ່າວແມ່ນຈະດຳ ເນີນຕໍ່ໄປຕາມທີ່ໄດ້ວາງແຜນໄວ້ກໍຄືວັນທີ 29, 30 ແລະ 31 ພຶດສະພາ 2020.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...