spot_img
Homeຂ່າວທ້ອງຖິ່ນເສັ້ນທາງມືປືນໂຫດຍິງ 2 ສົບ! ບອກແຄ້ນໃຈຖືກຜູ້ຕາຍຕົວະເລື່ອງເງິນ ພ້ອມຂູ່ຂ້າຕົນຫຼາຍຄັ້ງ

ເສັ້ນທາງມືປືນໂຫດຍິງ 2 ສົບ! ບອກແຄ້ນໃຈຖືກຜູ້ຕາຍຕົວະເລື່ອງເງິນ ພ້ອມຂູ່ຂ້າຕົນຫຼາຍຄັ້ງ

Published on

ໜັງສືພິມປ້ອງກັນຄວາມສະຫງົບລາຍງານວ່າ ພາຍຫຼັງເກີດເຫດການຍິງກັນເສຍຊີວິດ 2 ຄົນ ໃນວັນທີ 22 ມັງກອນ 2020 ຢູ່ບ້ານ ນາຄວາຍໃຕ້ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງກວດກາສະຖານທີ່ເກີດເຫດ ພົບເຫັນລົດເກັງຍີ່ຫໍ້ ເອັກເຊັນສີປອນ ເລກທະບຽນ ກດ 7437 ກໍາແພງນະຄອນ ຈອດຢູ່ແຄມປ່າ ບ້ານ ນາຄວາຍໃຕ້ ປະຕູແວ່ນລົດເບື້ອງຄົນຂັບ ມີຮອຍຖືກລູກປືນຍິງ ແລ້ວເຫັນກະສອບປືນຕົກເຮ່ຍຢູ່ບໍລິເວນລົດຈໍານວນ 12 ກະສອບ ແລະ ພົບເຫັນຜູ້ເສຍຊີວິດຈໍານວນ 2 ຄົນຊາບຊື່ຄື: ທ້າວ ພິດສະນິກອນ (ຈີມມີ້) ແລະ ທ້າວ ສອນສຸລິຍາ (ຫອຍ) ເຈົ້າໜ້າທີ່ຈຶ່ງເລັ່ງເກັບກໍາຂໍ້ມູນ, ຫຼັກຖານຕ່າງໆ ເພື່ອຊອກຫາຜູ້ລົງມືກໍ່ຄະດີຫຼັງເກີດເຫດ ໄດ້ 9 ມື້ ຄືວັນທີ 30 ມັງກອນ 2020 ກໍ່ສາມາດກັກຕົວຜູ້ລົງມືກໍ່ເຫດໄດ້ຄື: ທ້າວ ບຸນຍະເດດ (ຈີວ) ອາຊີບກໍາມະກອນ ຢູ່ບ້ານ ດົງໂພສີ ເມືອງ ຫາດຊາຍຟອງ ນວ ມາດໍາເນີນຄະດີ.

ພັທ ສຸລິວັນ ລາດສະວົງ ຫົວໜ້າຫ້ອງຕໍາຫຼວດ ປກສ ນວ ໄດ້ເປີດເຜີຍຕໍ່ນັກຂ່າວ ປກສ ນວ ໃນວັນທີ 04 ກຸມພາ 2020 ວ່າ: ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ບຸນຍະເດດ (ຈີວ) ສາລະພາບວ່າ: ໄດ້ຮູ້ຈັກກັບ ທ້າວ ພິດສະນິກອນ (ຈີມມີ້ ຜູ້ເສຍຊີວິດ) ຍ້ອນຕິດຕາມຜູ້ກ່ຽວທາງເຟສບຸກເພາະເປັນຄົນມັກຫຼີ້ນປືນ ສ່ວນຕົນເອງກໍເປັນຄົນມັກຫຼີ້ນປືນເຊັ່ນດຽວກັນ, ຜ່ານມາໄລຍະໜື່ງໄດ້ພົບກັນໂດຍບັງເອີນຢູ່ຮ້ານອາຫານແຫ່ງໜື່ງ ແລະ ໄດ້ທັກທາຍລົມກັນກ່ຽວກັບເລື່ອງປືນ. ຈາກນັ້ນ ກໍໄດ້ຕິດຕໍ່ພົວພັນກັນໄດ້ປະມານ 6 ເດືອນ ທ້າວ ພິດສະນິກອນ (ຈີມມີ້ ຜູ້ເສຍຊີວິດ ) ໄດ້ຕິດຕໍ່ຊື້ລູກປືນນໍາຕົນເອງປະມານ 3 ຄັ້ງ, ຄັ້ງລະ 20-30 ລູກໃນລາຄາລູກລະ 15.000 ກີບ. ນອກຈາກນີ້, ຜູ້ກ່ຽວຍັງໄດ້ຊື້ປືນສັ້ນນໍາຕົນເອງຈໍານວນ 3 ກະບອກຄື: ປືນສັ້ນຊະນິດ ເບເລັດຕາ ລາຄາ 3 ໝື່ນບາດ, ປືນສັ້ນຊະນິດຈຸດ 32 ລາຄາ 20 ໝື່ນບາດ (ສະກຸນເງີນໄທ) ແລະ ປືນໄທປະດິດຂະໜາດ 380 ເຊມີໂອໂຕ ລາຄາ 25 ພັນບາດ ແຕ່ປືນກະບອກສຸດທ້າຍຜູ້ກ່ຽວບໍ່ໄດ້ຈ່າຍເງິນໃຫ້ກັບຕົນ ມາໄດ້ໄລຍະໜື່ງຕົນເອງຈື່ງທວງໜີ້ຄ່າປືນແຕ່ຜູ້ກ່ຽວໄດ້ຕົວະວ່າມື້ນັ້ນມື້ນີ້; ພ້ອມທັງເວົ້າຂົ່ມຂູ່ວ່າຈະຂ້າຕົນເອງ ຈຶ່ງເຮັດໃຫ້ມີແນວຄິດຄຽດແຄ້ນຢາກຂ້າຜູ້ກ່ຽວຫຼາຍຄັ້ງ, ແຕ່ບໍ່ມີໂອກາດທີ່ເໝາະສົມ.

ຕົກມາຮອດວັນທີ 21 ມັງກອນ 2020 ທ້າວ ພິດສະນິກອນ (ຈີມມີ້ ຜູ້ເສຍຊີວິດ) ໄດ້ໂທຫາຕົນເອງຫຼາຍຄັ້ງ ເພື່ອນັດໃຫ້ໄປຫາຢູ່ເຮືອນຂອງຜູ້ກ່ຽວ ຈຸດປະສົງແມ່ນຜູ້ກ່ຽວຢາກໄດ້ປືນນໍາແຕ່ຕົນບໍ່ໄດ້ໄປຫາ. ດັ່ງນັ້ນ, ຈຶ່ງໄດ້ຕົວະວ່າມີປືນທີ່ຜູ້ກ່ຽວຕ້ອງການ; ພ້ອມທັງນັດຜູ້ກ່ຽວອອກມາຫາຢູ່ສາມແຍກ ບ້ານ ຊຽງດາ ຮອດເວລາປະມາ 17:00 ໂມງຕົນເອງກໍ່ໄດ້ຂີ່ລົດອອກໄປຈຸດນັດພົບ ແລ້ວເຫັນຜູ້ກ່ຽວພ້ອມໝູ່ອີກຄົນໜື່ງ ແລະ ໄດ້ບອກໃຫ້ພວກກ່ຽວຂີ່ລົດນໍາມາປ່າເຂດບ້ານ ນາຄວາຍໃຕ້ ພໍໄປຮອດຈຸດ ທ້າວ ພິດສະນິກອນ (ຈີມມີ້ ຜູ້ເສຍຊີວິດ) ໄດ້ລົງລົດເອົາເງິນມາໃຫ້ຕົນເອງຈື່ງບອກໃຫ້ຖ້າຢູ່ຈຸດເກີດເຫດກ່ອນ ເພາະຈະໄປເອົາເຄື່ອງມາໃຫ້. ຈາກນັ້ນ ກໍ່ຂີ່ລົດອອກໄປເພື່ອຖ່ວງເວລາໄດ້ປະມານ 4-5 ນາທີ ກໍ່ກັບເຂົ້າມາແລ້ວຈອດລົດຍ່າງລົງໄປດ້ານຫຼັງ ເພື່ອຈົກເອົາປືນຢູ່ຫົວໂສ້ງມາຍິງໃສ່ ທ້າວ ພິດສະນິກອນ (ຈີມມີ້ ຜູ້ເສຍຊີວິດ) ທີ່ກໍາລັງໄຂປະຕູພວມຈະລົງລົດ 2 ນັດ ເຮັດໃຫ້ຜູ້ກ່ຽວລົ້ມລົງ. ຫຼັງຈາກນັ້ນ ຈື່ງໄດ້ຍິງ ທ້າວ ສອນສຸລິຍາ (ຫອຍ) ຈໍານວນ 10 ນັດ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...