ປີ 2015 ລາວຈະສູ້ຊົນຜະລິດໄຟຟ້າໃຫ້ໄດ້ 15 ລ້ານກວ່າກິໂລວັດໂມງ

limelight-564x272

 

ຂະແໜງ​ພະລັງງານ​ໄຟຟ້າ ມີ​ແຜນການ​ຈະ​ສູ້​ຊົນ​ຜະລິດ​ໄຟຟ້າ​ໃຫ້​ບັນລຸ​ໄດ້ 15.260,50 ລ້ານ​ກິ​ໂລ​ວັດ​ໂມງ (kwh)

ໃນ​ປີ 2015ເພື່ອ​ຈຳໜ່າຍ​ພາຍ​ໃນ ສົ່ງ​ອອກ​ຂາຍ​ຕ່າງປະເທດ ແລະ ຫຼຸດຜ່ອນ​ການ​ນຳ​ເຂົ້າ​ຈາກ​ຕ່າງປະເທດ.

 

ທ່ານ ຄຳ​ມະນີ ອິນ​ທິ​ລາດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ໃຫ້​ສຳພາດ​ເມື່ອ​ບໍ່​ດົນ​ນີ້​ວ່າ:

ການ​ພັດທະນາ​ແຫລ່ງ​ຜະລິດ​ໄຟຟ້າ ເປັນ​ວຽກ​ງານ​ໜຶ່ງ​ຂອງ​ຂະແໜງ​ພະລັງງານ​ໃນ​ການ​ຕິດຕາມ​ກວດກາ​ການ​

ກໍ່ສ້າງ ແລະ ດຳເນີນ​ງານ​ຂອງ​ໂຄງການ ເພື່ອ​ສົ່ງເສີມ ແລະ ຄຸ້ມ​ຄອງ​ການ​ສະໜອງ-ການຈຳໜ່າຍ-ການ​ບໍລິການ

ແລະ ການ​ນຳ​ໃຊ້​ພະລັງງານ​ໃນ​ທົ່ວ​ປະເທດ​ ໃຫ້​ຖືກຕ້ອງ ບົນ​ພື້ນຖານ​ລະບຽບ​ກົດໝາຍ ແລະ ນະໂຍບາຍຂອງ​ລັດ​

ວາງ​ອອກ ແລະ ໃນ​ປີ 2015 ນີ້ ຂະແໜງ​ພະລັງງານ ຈະ​ສູ້​ຊົນ​ການ​ຜະລິດ​ໄຟຟ້າ ໃຫ້​ບັນລຸ​ໄດ້ 15 ລ້ານ​ກວ່າ​ກິ​ໂລ​ວັດ

​ໂມງ ສົ່ງ​ອອກ​ໄປ​ຕ່າງປະເທດ​ໃຫ້​ໄດ້ 11.793,68 ລ້ານ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 535,47 ລ້ານ​ໂດ​ລາ​ສະຫະລັດ, ຈຳໜ່າຍ

​ພາຍ​ໃນ 5.726,98 ລ້ານ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 130,19 ລ້ານ​ໂດ​ລາ​ສະຫະລັດ ນຳ​ເຂົ້າ​ຈາກ​ຕ່າງປະເທດ 1.128,01

ລ້ານ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 62,55 ລ້ານ​ໂດ​ລາສະຫະລັດ ເນື່ອງ​ຈາ​ກວ່າ ໃນ​ສົກ​ປີ 2013-2014 ​ສປປ ລາວ ຍັງ​ນຳ​ເຂົ້າ​

ກະແສ​ໄຟຟ້າ​ຈາກ​ຕ່າງປະເທດ​ເຖິງ 1.164,83 ລ້ານ​ກິ​ໂລ​ວັດ​ໂມງ​ເປັນ​ມູນ​ຄ່າ 63,21 ລ້ານ​ໂດ​ລາສະຫະລັດ ຫຼຸດ​ລົງ​

ຈາກ​ປີຜ່ານມາ 12,37% ເນື່ອງ​ຈາ​ກວ່າ​ສາຍ​ສົ່ງ​ໄຟຟ້າ​ແຮງ​ສູງ, ແຮງ​ກາງ​ຍັງ​ບໍ່​ທັນ​ເຊື່ອມ​ຈອດ​ທົ່ວ​ປະເທດ ສະນັ້ນ

ບາງ​ເຂດ​ຕິດ​ຊາຍ​ແດນ​ຈຶ່ງ​ມີຄວາມຈຳເປັນ ​ຕ້ອງ​ໄດ້​ຊື້ໄຟຟ້າຈາກ​ຕ່າງປະເທດ.

 

ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ໃຫ້​ຮູ້​ອີ​ກວ່າ: ມາ​ຮອດ​ສົກ​ປີ 2013-2014 ທົ່ວ​ປະເທດ

​ມີ​ໂຮງງານ​ຜະລິດ​ໄຟຟ້າ 25 ແຫ່ງ​ທີ່​ພວມ​ດຳເນີນ​ການຜະລິດ ມີ​ກຳລັງ​ການ​ຜະລິດ​ກວ່າ 3 ພັນເມ​ກາ​ວັດ ມີ 71 ໂຄງ

ການ​ທີ່​ກຳລັງ​ພັດທະນາ ແລະ ກຳລັງ​ກໍ່ສ້າງ 27 ໂຄງການ ເຊິ່ງ​ໃນ​ທ້າຍ​ປີ 2014 ນີ້​ຈະ​ສຳເລັດ 2 ໂຄງການ​ຄື: ນ້ຳ​ສະ​ນາ

14 ເມ​ກາ​ວັດ ແລະ ນ້ຳ​ງຽບ 3A ທີ່​ມີ​ກຳລັງ​ຜະລິດ 44 ເມ​ກາ​ວັດ ໃນ​ປີ 2015 ຈະ​ສຳເລັດ​ຕື່ມ 8 ໂຄງການ​ມີ​ກຳລັງ​ເຖິງ

2.247 ເມ​ກາ​ວັດ ຄາດ​ວ່າ​ແຕ່​ປີ 2016-2020 ຈະ​ສຳເລັດ 19 ໂຄງການ ດ້ວຍ​ກຳລັງ​ການ​ຜະລິດ 3.492,4 ເມ​ກາ​ວັດ.

 

ປັດຈຸບັນ​ມີ​ລະບົບ​ສາຍ​ສົ່ງ​ກວ່າ 47 ພັນ​ກວ່າ​ກິໂລແມັດ ມີ 50 ສະຖານີ​ໄຟຟ້າ ກວມ 87% ຂອງ​ຄົວ​ເຮືອນ​ທົ່ວ​ປະເທດ

82,32% ຂອງຈຳນວນ​ບ້ານ​ທັງ​ໝົດ ແລະ 99,31% ຂອງ​ບັນດາ​ເມືອງ​ທົ່ວ​ປະເທດ.

 

ແຫລ່ງຂ່າວ: ວຽງຈັນໃໝ່