spot_img
Homeຂ່າວທ້ອງຖິ່ນຄົນເຈັບທີ່ສົງໃສອາດຈະຕິດເຊື້ອ 10 ຄົນໄດ້ກັບບ້ານ! ໂຮງໝໍ 150 ຕຽງພ້ອມຮັບຜູ້ປ່ວຍຕິດເຊື້ອໂຄໂຣນາ

ຄົນເຈັບທີ່ສົງໃສອາດຈະຕິດເຊື້ອ 10 ຄົນໄດ້ກັບບ້ານ! ໂຮງໝໍ 150 ຕຽງພ້ອມຮັບຜູ້ປ່ວຍຕິດເຊື້ອໂຄໂຣນາ

Published on

ໜັງສືພິມວຽງຈັນທາມລາຍງານເມື່ອວັນທີ 6 ກຸມພາ 2020 ວ່າ ດຣ ສະໜອງ ທອງຊະນະ ຜູ້ອໍານວຍການໃຫຍ່ ໂຮງໝໍມິດຕະພາບ 150 ຕຽງ ໄດ້ກ່າວຕໍ່ສື່ມວນຊົນ ໃນຕອນບ່າຍຂອງມື້ນີ້ ວັນທີ​ ​06​ ກຸມພາ​ 2020​ ໃນໄລຍະທີ່ໄດ້ຕ້ອນຮັບ ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະລົງຕິດຕາມກວດກາການກະກຽມຄວາມພ້ອມຂອງຕຶກແຍກດ່ຽວ ທີ່ທາງໂຮງໝໍໄດ້ກະກຽມຮອງຮັບຄົນເຈັບທີ່ມີກໍລະນີສົງໄສດັ່ງກ່າວ.

ໂຮງໝໍມິດຕະພາບ 150 ຕຽງໄດ້ລາຍງານວ່າ ທາງໂຮງໝໍໄດ້ມີການແຍກຄົນເຈັບທີ່ມີກໍລະນີມີສົງໄສວ່າຈະຕິດເຊື້ອພະຍາດປອດອັກເສບ ຫຼື ໄວຣັສໂຄໂຣນາສາຍພັນໃໝ່ (Novel Corona Virus) ອອກໄປໄວ້ທີ່ຫ້ອງພິເສດແລ້ວ 12 ຄົນ ແລະ ປັດຈຸບັນໄດ້ອະນຸຍາດໃຫ້ກັບເມືອບ້ານໄປ 10 ຄົນ ເພື່ອເຝົ້າລະວັງອາການ 14 ວັນ ຖ້າບໍ່ມີອາການຫຍັງກໍ່ດຳລົງຊີວິດໄດ້ຕາມປົກກະຕິ.

ດຣ ສະໜອງ ໄດ້ໃຫ້ສໍາພາດວ່າ ການກະກຽມສະຖານທີ່ເພື່ອຮອງຮັບຄົນເຈັບໃນກໍລະນີມີຜູ້ຕິດເຊື້ອພະຍາດອັກເສບປອດນັ້ນ ແມ່ນສາມາດຮອງຮັບໄດ້ 10 ຄົນ, ກໍລະນີທີ່ມີຫຼາຍກວ່ານີ້ ກໍ່ຈະໄດ້ຕິດຕໍ່ປະສານໄປຫາໂຮງໝໍອື່ນໆ ທີ່ທາງກະຊວງສາທາລະນະສຸກໄດ້ກຽມໄວ້ຮອງຮັບຄື ບັນດາໂຮງໝໍທະຫານ ແລະ ຕຳຫຼວດເປັນຕົ້ນ.

ຕຶກແຍກດ່ຽວຂອງໂຮງໝໍມິດຕະພາບນັ້ນ ສາມາດຕິດຕາມເຝົ້າລະວັງຄົນເຈັບທີ່ສົງໄສຕິດເຊື້ອພະຍາດດັ່ງກ່າວ ພາຍຫຼັງຜົນກວດອອກມາແລ້ວ ຖ້າຫາກບໍ່ມີອາການຕິດເຊື້ອ ຫຼື ເຈັບເປັນຮຸນແຮງ ກໍ່ຈະໃຫ້ຄົນເຈັບກັບຄືນເມືອຕິດຕາມອາການຢູ່ບ້ານເຮືອນ.

ທາງໂຮງໝໍມິດຕະພາບ 150 ຕຽງ ຍັງໄດ້ປະສານງານກັບບັນດາໂຮງໝໍອື່ນໆໂດຍສົມທົບກັບກະຊວງ ສາທາລະນະສຸກ, ກົມຄວບຄຸມພະຍາດຕິດຕໍ່, ກົມປິ່ນປົວ ພ້ອມທັງຮ່ວມມືກັບອົງການອະນາໄມໂລກ ເພື່ອເຝົ້າລະວັງຕິດຕາມການເຄື່ອນໄຫວຂອງພະຍາດ ກໍ່ຄືຊຸມຊົນທີ່ເດີນທາງໄປ-ມາ ສປ ຈີນ. ປັດຈຸບັນ, ຄົນເຈັບທີ່ສົງໄສວ່າອາດຈະຕິດເຊື້ອພະຍາດດັ່ງກ່າວຍັງມີຢູ່ໃນຫ້ອງແຍກດ່ຽວຂອງໂຮງໝໍຈໍານວນ 2 ຄົນ ເປັນຄົນຈີນ ແລະ ຄົນລາວ ທີ່ກຳລັງລໍຖ້າຜົນກວດ, ຕິດຕາມກວດກາ ແລະ ເຝົ້າລະວັງຢ່າງໃກ້ຊິດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...