spot_img
Homeຂ່າວພາຍ​ໃນຂ່າວດີ! ນັກວິໄຈຈີນ-ອັງກິດ ຄືບໜ້າພັດທະນາວັກຊີນຮັກສາໄວຣັສໂຄໂຣນາ

ຂ່າວດີ! ນັກວິໄຈຈີນ-ອັງກິດ ຄືບໜ້າພັດທະນາວັກຊີນຮັກສາໄວຣັສໂຄໂຣນາ

Published on

ເວັບໄຊ້ຂ່າວກຸງເທບທຸລະກິດລາຍງານເມື່ອວັນທີ 5 ກຸມພາ 2020 ວ່າ ທີມນັກວິໄຈຈີນຄົ້ນພົບຢາ 2 ຊະນິດທີ່ຊ່ວຍຢຸດຈະການເຕີບໂຕຂອງໄວຣັສໂຄໂຣນາສາຍພັນໃໝ່ໄດ້ ສ່ວນທີມນັກວິໄຈອັງກິດປະສົບຄວາມສຳເລັດໃນການຫຼຸດເວລາພັດທະນາວັກຊີນຕ້ານໄວຣັສໂຄໂຣນາເຫຼືອ 14 ວັນ.

ໜັງສືພິມສາງຈຽງຂອງຈີນລາຍງານວ່າ ທີມນັກວິໄຈ ສາດສະດາຈານ ຫຼີ່ ຈວນຈ້ວນ ໜຶ່ງໃນນັກລະບາດວິທະຍາຊັ້ນນຳຂອງຈີນຈາກມະຫາວິທະຍາໄລເຈີ້ຈຽງ ປະກາດຜົນການທົດສອບເບື້ອງຕົ້ນຂອງຢາ 2 ຊະນິດຄື: ອາບິດດໍ (Abidol) ແລະ ດາຣູນາເວຍ (Darunavir) ທີ່ສາມາດຢັບຢັ້ງເຊື້ອໄວຣັສໂຄໂຣນາໃນຫ້ອງປະຕິບັດການໄດ້ຢ່າງມີປະສິດທິພາບ.

ນອກຈາກນີ້, ທ່ານ ນາງ ຫຼີ່ ຍັງແນະນຳໃຫ້ມີການບັນຈຸຢາໃໝ່ 2 ຊະນິດລວມຢູ່ໃນໂຄງການຮັກສາໄວຣັສໂຄໂຣນາສາຍພັນໃໝ່ຂອງຄະນະກຳມາທິການສຸຂະພາບແຫ່ງຊາດອີກດ້ວຍ.

ສ່ວນໃນອັງກິດ ຄະນະທີມວິທະຍາສາດຊັ້ນນຳປະກາດຄວາມສຳເລັດໃນການຫຼຸດໄລຍະເວລາໃນການພັດທະນາວັກຊີນໄວຣັສໂຄໂຣນາຈາກ 2-3 ປີ ໃຫ້ເຫຼືອພຽງ 14 ວັນ.

ຢ່າງໃດກໍ່ຕາມ ທ່ານ ແຊດທັອກ ໄດ້ກ່າວວ່າ ວັກຊີນນີ້ອາດຈະຊ້າເກີນໄປສຳລັບການລະບາດຄັ້ງນີ້ ແຕ່ຈະມີຄວາມສຳຄັນຫຼາຍຫາກເກີດມີການລະບາດໃນຄັ້ງຕໍ່ໄປ.

ປັດຈຸບັນ,​ ບັນດານັກວິທະຍາສາດໃນຈີນ, ສະຫະລັດ, ອົດສະຕຣາລີ ແລະ ເອີຣົບ ກຳລັງແຂ່ງຂັນກັນພັດທະນາວັກຊີນ ແລະ ຮ່ວມມືລະຫວ່າງກັນເພື່ອເຮັດໃຫ້ຂະບວນການນີ້ສຳເລັດລຸລ່ວງໄດ້ໄວຂຶ້ນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...