spot_img
Homeຂ່າວທ້ອງຖິ່ນທົ່ວທຸກພາກກຽມຮັບມືກັບລົມໜາວໃນໄລຍະວັນທີ 7-9 ກຸມພານີ້

ທົ່ວທຸກພາກກຽມຮັບມືກັບລົມໜາວໃນໄລຍະວັນທີ 7-9 ກຸມພານີ້

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດໃນລະຫວ່າງວັນທີ 7-9 ກຸມພາ 2020 ວ່າ ມວນອາກາດເຢັນທີ່ປະເທດຈີນຈະເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ພ້ອມດຽວກັນກະແສລົມຕາເວັນອອກສຽງເໜືອທີ່ມີກຳລັງປານກາງປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດໜາວເຢັນລົງ 1-3 ອົງສາ ຢູ່ໃນແຕ່ລະພາກ ແລະ ຢູ່ແຂວງພາກເໜືອ ເຂດພູສູງ, ຮ່ອມພູ ແລະ ພູດອຍ, ແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະໜາວຫາໜາວເຢັນຫຼາຍຍ້ອນມີໝອກປົກຫຸ້ມໃນຕອນເຊົ້າ.

ພາກເໜືອດ້ານຕາເວັນອອກ: ອາກາດຈະໜາວເຢັນລົງ 1-3 ອົງສາ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຊຽງຂວາງ.

ພາກເໜືອດ້ານຕາເວັນຕົກ: ອາກາດຈະເຢັນລົງ 1-2 ອົງສາ ອຸນຫະພູມຈະຢູ່ລະຫວ່າງ 7-27 ອົງສາ,​ ສະເພາະແຂວງ ຫຼວງພະບາງ ແລະ ໄຊຍະບູລີ ອາກາດຈະໜາວເຢັນໃນຕອນກາງຄືນຫາຕອນເຊົ້າ.

ພາກກາງ: ອາກາດຈະເຢັນລົງໃນຕອນກາງຄືນຫາຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໂດຍສະເພາະດ້ານຕາເວັນອອກຂອງພາກກາງ.

ສະເພາະແຂວງ ໄຊສົມບູນ,​ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ອຸນຫະພູມຈະເຢັນລົງ 1-3 ອົງສາພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ.

ພາກໃຕ້: ອາກາດຈະເຢັນລົງໃນຕອນກາງຄືນຫາຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ອຸນຫະພູມຈະເຢັນລົງ 1-2 ອົງສາ.

ສະເພາະເຂດພູພຽງບໍລະເວນ: ອາກາດຈະໜາວເຢັນຫາໜາວເຢັນຫຼາຍ, ​ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ,​ ຈະມີຝົນຕົກລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງບໍລິເວນ.

ນະຄອນຫຼວງວຽງຈັນ: ອາກາດຍັງຈະເຢັນຫາໜາວເຢັນພ້ອມມີໝອກປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...