spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຈັບ​ຄໍ ທຸກ​ເຊົ້າຮູ້​ສາ​ເຫດ​ປ້ອງ​ກັນໄດ້

ເຈັບ​ຄໍ ທຸກ​ເຊົ້າຮູ້​ສາ​ເຫດ​ປ້ອງ​ກັນໄດ້

Published on

65862241

     ຫລັງ ຈາກ​ນອນ​ຫລັບ​ພັກ​ຜ່ອນ​ມາ ໃນ​ໄລຍະກາງ​ຄືນ​ເພື່ອ​ທີ່​ຈະ​ຕື່ນ​ຂຶ້ນ​ມາ​ດ້ວຍ​ຄວາມ​ຮູ້ສຶກ​ສົດ​ຊື່ນ ແຕ່​ບາງ​ຄົນ​ກັບ​ບໍ່​ເປັນ​ແນວ​ນັ້ນ ຄົນ​ຈຳນວນ​ບໍ່​ນ້ອຍ​ຕື່ນ​ນອນ​ມາ​ພ້ອມ​ກັບ​ອາການ ເຈັບ​ຄໍ ເປັນ​ປະຈຳ​ທຸກ​ມື້ ທັງ​ໆ ທີ່​ກ່ອນ​ເຂົ້າ​ນອນ​ທຸກ​ຄືນ​ກໍ​ບໍ່ໄດ້​ມີ​ອາການ​ລະ​ຄາຍ​ຄໍ ​ຫລື ​ເປັນຫວັດເລີຍ

     ສຳລັບ ອາການ​ຂອງ​ຄົົນທີ່ ເຈັບ​ຄໍ ທຸກ​ເຊົ້າ ​ເຮັດໃຫ້​ລຳ​ຄານ​ຄໍ​ ແຕ່​ພໍ​ຮອດ​ຕອນ​ສາຍ ອາການ​ຜິດ​ປົກກະຕິ​ເຫລົ່າ​ນີ້​ກໍ​ຈະ​ຫາຍ​ໄປ ແລ້ວ​ວົນ​ວຽນ​ມາເປັນ​ໃໝ່​ໃນ​ເຊົ້າ​ຫລັງ​ຕື່ນ​ນອນ​ມື້​ຖັດ​ໄປ ໃນ​ກໍລະນີ​ທີ່​ບໍ່​ກ່ຽວກັບ​ຄໍ​ອັກ​ເສບ​ຕິດ​ເຊື້ອ ​ຫລື​ ອາມິດານ​ອັກ​ເສບ ສະແດງ​ວ່າ​ມີ​ສາ​ເຫດ​ມາ​ຈາກ​ພູ​ມ​ແພ້​ ຫລື ​ແພ້​ອາ​ກາດ ສົ່ງ​ຜົນ​ໃຫ້​ໃນ​ຊ່ວງ​ກາງ​ຄືນ​ຊຶ່ງ​ອາ​ກາດ​ເຢັນ​ລົງ ເຍື່ອ​ບຸ​ໂພງ​ດັງ​ຈະ​ພອງ​ຂຶ້ນ ເປັນ​ບັນຫາ​ກັບ​ປອດ

     ກົນ​ໄກ ຂອງ​ເຍື່ອ​ບຸ​ໂພງ​ດັງ​ທີ່​ພອງ​ຂຶ້ນ​ນັ້ນ ຫາກ​ພອງ​ຫລາຍ​ໆ ອາດ​ເຮັດໃຫ້​ຮູດັງ​ຕັນ ທະ​ວ່າ​ຍິ່ງ​ມີ​ຂີ້ມູກ​ອອກ​ມາ​ປົນ​ນຳ​ແລ້ວ ຍິ່ງ​ເຮັດໃຫ້​ຮູດັງ​ຕັນ​ໄປ​ກັນ​ໃຫຍ່ ອີກ​ໜຶ່ງ​ຄື​ເຮັດໃຫ້​ຫາຍ​ໃຈ​ທາງ​ດັງ​ບໍ່​ໄດ້​ຫລື​ບໍ່​ສະ​ດວກ ຊຶ່ງ​ຕາມ​ທຳມະຊາດ​ເມື່ອ​ເກີດ​ຄັດ​ດັງ ຮ່າງກາຍ​ຈະ​ຖືກ​ສັ່ງ​ໃຫ້​ອ້າ​ປາກ​ຫາຍ​ໃຈ ເມື່ອ​ອາ​ກາດ​ຜ່ານ​ເຂົ້າ​ອອກ​ທາງ​ລຳ​ຄໍ​ກໍ​ຈະ​ເຮັດໃຫ້​ຄໍ​ແຫ້ງ ແລະ ​ຈະ​ຍິ່ງ​ແຫ້ງ​ຫລາຍ​ຫາກ​ຢູ່ໃນ​ສະພາບ​ອາ​ກາດ​ເຢັນ

     ວິທີ​ແກ້​ບໍ່​ຢາກ ຢ່າງ​ທີ່​ຮູ້​ກັນ​ດີ​ວ່າ ອາການ​ເຊັ່ນ​ນີ້​ພໍ​ຕອນ​ສາຍ​ກໍ​ຫາຍ​ໄປ ແຕ່​ລະຫວ່າງ​ທີ່​ຍັງ​ຮູ້ສຶກ ເຈັບ​ຄໍ ຫລັງ​ຈາກ​ຕື່ນ​ນອນ ໃຫ້​ດີ່ມນ້ຳ ຫລື ​ດື່ມ​ນ້ຳ​ອຸ່ນ ນ້ຳ​ອຸນຫະພູມ​ຫ້ອງ ຫລື ​ບໍ່​ກໍ​ໄປ​ບ້ວນ​ປາກ​ສີ​ແຂ້ວ​ຕາມ​ປົກກະຕິ ນ້ຳ​ທີ່​ປຽກ​ຄໍຈະ​ເຮັດໃຫ້​ຄໍ​ຊຸ່ມ​ຊື້ນ ອາການ ເຈັບ​ຄໍກໍ່ທຸ​ເລົາ​ລົງ ແຕ່​ກໍລະນີ​ທີ່ ເຈັບ​ຄໍ ຫລາຍ ໃຫ້​ດື່ມ​ນ້ຳ​ຮ້ອນ

   ສ່ວນ​ການ​ປ້ອງ​ກັນ​ບໍ່​ໃຫ້ ເຈັບ​ຄໍຕອນເຊົ້າ​ຫລັງ​ຕື່ນ​ນອນ​ມີ​ຫລາຍ​ຢ່າງ​ທີ່​ຄວນ​ປະຕິບັດ ເຊັ່ນບໍ່​ນອນ​ໃນ​ຫ້ອງ​ນອນ​ ຫລື​ ຢູ່ໃນ​ຫ້ອງ​ທີ່​ອຸນຫະພູມ​ຕ່ຳ​ກວ່າ 25 ອົງ​ສາ​ ຢ່າ​ໃຫ້​ຮ່າງກາຍ​ຂາດ​ນ້ຳ ໂດຍ​ສັງເກດ​ໄດ້​ຈາກ​ຍ່ຽວ ຖ້າ​ມີ​ສີ​ສະແດງ​ວ່າ ຮ່າງກາຍ​ຂາດ​ນ້ຳ ຈຶ່ງ​ຄວນ​ດື່ມ​ນ້ຳ​ຢ່າງ​ຕ່ຳ 8 ແກ້ວ​ຕໍ່​ມື້

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...