spot_img
Homeຂ່າວຕ່າງປະເທດເກີດເຫດລົດຕົກພູທີ່ອິນເດຍ ເສຍຊີວິດຄາທີ່ 44 ລາຍ

ເກີດເຫດລົດຕົກພູທີ່ອິນເດຍ ເສຍຊີວິດຄາທີ່ 44 ລາຍ

Published on

ເມື່ອວັນທີ 21 ມິຖຸນາຜ່ານມາເກີດເຫດລົດບັສໂດຍສານຕົກພູທີ່ລັດຫິມາຈັລປະເທດໃນພາກເໜືອຂອງອິນເດຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 44 ລາຍ ແລະ ບາດເຈັບ 28 ຄົນ.

ອຸບັດເຫດດັ່ງກ່າວແມ່ນເກີດກັບລົດບັສຂອງເອກະຊົນທີ່ບັນຈຸຜູ້ໂດຍສານມາເຕັມຄັນລົດ ແຕ່ເມື່ອມາຮອດຈຸດເກີດເຫດຄົນຂັບບໍ່ສາມາດຄວບຄຸມລົດໄດ້ ເຮັດໃຫ້ລົດພຸ່ງຕົກລົງຊ່ອງພູທີ່ເມືອງຄຸລລູ ລັດຫິມາຈັລປະເທດຊຶ່ງຕັ້ງຢູ່ເຂດຕີນພູຫິມາໄລຊຶ່ງເປັນທາງໂຄ້ງ ແລະ ຈຸດທີ່ລົດປະສົບອຸບັດເຫດແມ່ນສູງປະມານ 150 ແມັດ.

ຊຶ່ງເບື້ອງຕົ້ນເຈົ້າໜ້າທີ່ລາຍງານວ່າມີຜູ້ເສຍຊີວິດໃນທີ່ເກີດເຫດຢ່າງໜ້ອຍ 25 ລາຍ ແຕ່ຕໍ່ມາກໍໄດ້ປັບເພີ່ມເປັນຢ່າງໜ້ອຍ 44 ລາຍ ຂະນະທີ່ຜູ້ບັງຄັບການຕຳຫຼວດເມືອງຄຸລລູໄດເປີດເຜີຍວ່າ ເຈົ້າໜ້າທີ່ກູ້ຊີບໄດ້ນຳຕົວຜູ້ບາດເຈັບໄປສົ່ງໂຮງໝໍທີ່ໃກ້ທີ່ສຸດ ສຳລັບຜູ້ເສຍຊີວິດໃນຄັ້ງນີ້ສ່ວນໃຫຍ່ເປັນເພດຍິງ ແລະ ເດັກນ້ອຍທີ່ເດີນທາງກັບຈາກເຮັດວຽກ ແລະ ໂຮງຮຽນ.

ທັງນີ້ ໜັງສືພິມຊື່ດັງຂອງອິນເດຍໄດ້ລາຍງານວ່າ ລະຫວ່າງປີ 2009-2018 ມີສະຖິຕິອຸບັດເຫດຕາມທ້ອງຖະໜົນໃນລັດຫິມາຈັລປະເທດຫຼາຍກວ່າ 30.000 ຄັ້ງ ມີຜູ້ເສຍຊີວິດຫຼາຍກວ່າ 11.000 ລາຍ ແລະ ບາດເຈັບຫຼາຍກວ່າ 54.000 ຄົນ ສາເຫດສ່ວນໃຫຍ່ມາຈາກສະພາບຖະໜົນທີ່ສູງຊັນ ແລະ ເປັນຂຸມ ລວມທັງການຂັບລົດດ້ວຍຄວາມໄວ ແລະ ລົດແຕ່ລະຄັນກໍບັນຈຸຜູ້ໂດຍສານເກີນຂະໜາດອັນເປັນອີກໜຶ່ງສາເຫດທີ່ເຮັດໃຫ້ລົດເສຍການຄວບຄຸມ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thaipost

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...