spot_img
Homeຂ່າວທ້ອງຖິ່ນຮອງນາຍົກລັດຖະມົນຕີໂອ້ລົມການນໍາແຂວງເຊກອງ

ຮອງນາຍົກລັດຖະມົນຕີໂອ້ລົມການນໍາແຂວງເຊກອງ

Published on

ໂອກາດຢ້ຽມຢາມ ແລະ ເຮັດວຽກທີ່ແຂວງເຊກອງຂອງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ທ່ານໄດ້ໃຫ້ກຽດພົບປະໂອ້ລົມການນໍາຂັ້ນຕ່າງໆຂອງແຂວງ ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ ໃນວັນທີ 20 ມິຖຸນາຜ່ານມານີ້.

ທ່ານ ຄໍາເຜີຍ ບຸດດາວຽງ ໄດ້ລາຍງານສະພາບການຊີ້ນໍາໆພາວຽກງານຮອບດ້ານ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນ 6 ເດືອນຕົ້ນປີ 2019 ວ່າ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາປະຊາຊົນທ້ອງຖິ່ນເຮັດການຜະລິດ ປັບປຸງກໍ່ສ້າງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງຕໍ່ເນື່ອງ ດ້ານເສດຖະກິດຍລວມຍອດຜະລິດຕະພັນພາຍໃນຂະຫຍາຍຕົວຢູ່ໃນລະດັບ 8,3% ສະເລ່ຍລາຍຮັບໃສ່ພົນລະເມືອງເທົ່າກັບ 12 ລ້ານກວ່າກີບຕໍ່ຄົນຕໍ່ປີ ຄຽຄູ່ກັນນີ້ແຂວງກໍຍັງໄດ້ເອົາໃຈໃສ່ໃນການພັດທະນາຂົງເຂດວັດທະນະທໍາ-ສັງຄົມ ໂດຍໄດ້ເລັ່ງໃສ່ວຽກງານສຶກສາ ແລະ ສາທາລະນະສຸກເປັນຕົ້ນຕໍ ອັນພົ້ນເດັ່ນໃນປັດຈຸບັນແມ່ນສາມາດລຶບລ້າງຄອບຄົວທຸກຍາກໄດ້ແລ້ວ 23.829 ຄອບຄົວກວມເອົາ 95,3% ຂອງຄອບຄົວທັງໝົດທົ່ວແຂວງ.

ຈາກນັ້ນ ທ່ານຮອງນາຍົກລັດຖະມົນຕີກໍໄດ້ມີການເຈາະຈີ້ມໃນຫຼາຍໆບັນຫາເພື່ອໃຫ້ການນໍາຂອງແຂວງນໍາໄປປຶກສາຫາລື ແລະ ແກ້ໄຂຕໍ່ໄປ ພ້ອມກັນນີ້ທ່ານຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງຂອງແຂວງສືບຕໍ່ເອົາໃຈໃສ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸກຍູ້ສົ່ງເສີມປະຊາຊົນຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ໃຫ້ນັບມື້ຫຼາຍຂຶ້ນ ພັດ ທະນາພື້ນຖານໂຄງລ່າງຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ສຸມໃສ່ແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງ ແລະ ສິ່ງທີ່ເປັນອຸປະສັກຕໍ່ການພັດທະນາເສດຖະກິດຂອງແຂວງໃຫ້ຕົກໄປ ສິ່ງສໍາຄັນຕ້ອງຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ-ລຶບລ້າງຄວາມທຸກຍາກ ແລະການປະຕິບັດວຽກງານ 3 ສ້າງຢູ່ແຂວງເຊກອງໃຫ້ປະກົດຜົນເປັນຈິງໂດຍໄວ.

ພ້ອມນີ້ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຍັງໄປຢ້ຽມຢາມຟາມລ້ຽງງົວ ແລະ ໂຮງງານນໍ້າຕານຂອງບໍລິສັດແມ່ຂອງຮ່ວມທຸລະກິດທີ່ຕັ້ງຢູ່ບ້ານຕິ້ວ ເມືອງລະມາມ ແຂວງເຊກອງຕື່ມອີກ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...