spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຊເລີຣີ ມີທັງດີ ແລະ ຮ້າຍ ຮັບປະທານແບບໃດໃຫ້ໄດ້ປະໂຫຍດ

ເຊເລີຣີ ມີທັງດີ ແລະ ຮ້າຍ ຮັບປະທານແບບໃດໃຫ້ໄດ້ປະໂຫຍດ

Published on

ມາຮູ້ຈັກກັບອີກດ້ານໜຶ່ງຂອງຜັກເຊເລີຣີ (Celery) ຖືເປັນກະແສທີ່ກຳລັງໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ ໂດຍສະເພາະໃນກຸ່ມຄົນທີ່ຮັກສຸຂະພາບ ກຸ່ມຄົນທີ່ມັກອອກກຳລັງກາຍ ແລະ ກຸ່ມຄົນທີ່ກຳລັງຄວບຄຸມນ້ຳໜັກ ຊຶ່ງພວມນິຍົມດື່ມນ້ຳເຊເລີຣີ (Celery) ແບບເອົາຈິງເອົາຈັງ ທັງນີ້ ບັນດາຜູ້ຊ່ຽວຊານຕ່າງໆຈາກຫຼາຍສະຖາບັນກໍໄດ້ອອກມາເປີດເຜີຍທັງຜົນດີ ແລະ ຜົນເສຍຂອງຜັກຊະນິດນີ້.

ມື້ນີ້ພວກເຮົາຈະພາທ່ານມາຮູ້ຈັກອີກດ້ານໜຶ່ງຂອງຜັກເຊເລີຣີ ຊຶ່ງຈະສົ່ງຜົນແນວໃດຕໍ່ຮ່າງກາຍຂອງເຮົາມາຊອກຮູ້ພ້ອມໆກັນເລີຍ:

  • Celery ບໍ່ໄດ້ມີຜົນຫຍັງສຳລັບການຫຼຸດນ້ຳໜັກ ພຽງແຕ່ຊ່ວຍຫຼຸດອາການບວມນ້ຳເທົ່ານັ້ນ ພຽງແຕ່ທ່ານດື່ມນ້ຳໃຫ້ພຽງພໍ ຫຼື ຮັບປະທານໂຊດຽມໃນປະລິມານພໍດີໃນແຕ່ລະວັນກໍບໍ່ຈຳເປັນຕ້ອງກິນ ຫຼື ດື່ມເຊເລີຣີ.
  • Celery ມີລິດໃນການຫຼຸດຄວາມດັນ ເພາະມີສານໂພແທສຊຽມຢ່າງຫຼວງຫຼາຍ ແຕ່ຜູ້ທີ່ມີບັນຫາ ແລະ ເປັນພະຍາດຫົວໃຈແມ່ນຕ້ອງລະວັງເປັນພິເສດ ລວມເຖິງຄົນທີ່ມີຄວາມດັນຕ່ຳກໍຍິ່ງບໍ່ຄວນຮັບປະທານ.
  • Celery ປະກອບມີສານໄນເຕຣຫຼາຍສົມຄວນ ຫາກຮັບປະທານຫຼາຍເກີນໄປກໍຈະກາຍເປັນໂຕກໍ່ສານມະເຮັງໄດ້ເຊັ່ນກັນ.
  • Celery ຖ້າຫາກຮັບປະທານຫຼາຍເກີນໄປຈະສົ່ງຜົນໃຫ້ຜິວໜັງໄວຕໍ່ແສງແດດ ແລະ ຖ້າຫາກຮັບປະມານຫຼາຍເກີນໄປກໍຈະສົ່ງຜົນໃຫ້ໄທຣອຍເຮັດວຽກບໍ່ເປັນປົກກະຕິ ດັ່ງນັ້ນ ຈິ່ງບໍ່ຄວນຮັບປະທານຫຼາຍເກີນໄປ ແລະ ກ່ອນທີ່ຈະຮັບປະທານກໍຄວນລ້າງໃຫ້ດີດ້ວຍນ້ຳສະອາດ.

ຈາກກະແສທີ່ວ່າ ຮັບປະທານ Celery ຈະຊ່ວຍໃຫ້ຂັບຖ່າຍໄດ້ດີ ທັງນີ້ ກໍເນື່ອງຈາກວ່າປະລິມານເສັ້ນໃຍອາຫານເຂົ້າສູ່ຮ່າງກາຍຫຼາຍເກີນໄປ ຈິ່ງເຮັດໃຫ້ລຳໄສ້ລະຄາຍເຄືອງແລ້ວສົ່ງຜົນໃຫ້ຖ່າຍຫຼາຍຂຶ້ນ ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າທ່ານກຳລັງ Detox ຢ່າເຂົ້າໃຈຜິດ ແຕ່ນັ້ນຄືອາການເຈັບທ້ອງ.

ສະຫຼຸບວ່າ ຄວນຮັບປະທານຜັກ Celery ແຕ່ພໍດີກໍພໍ ເພາະມັນກໍບໍ່ໄດ້ຊ່ວຍຫຍັງເປັນພິເສດດັ່ງທີ່ເປັນກະແສໃນຂະນະນີ້ ເພາະສະນັ້ນຄວນຮັບປະທານໃຫ້ຄືກັບພືດຜັກທົ່ວໄປແມ່ນດີທີ່ສຸດ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ແຫຼ່ງຂໍ້ມູນ ແລະ ຮູບພາບ: facebook.com/DoctorXKM

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...