Homeອຸບັດເຫດແລະປາກົດການຫຍໍ້ທໍ້ທຳລາຍຕູ້ເກມຜິດກົດໝາຍຈຳນວນຫລາຍ

ທຳລາຍຕູ້ເກມຜິດກົດໝາຍຈຳນວນຫລາຍ

Published on

 

ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ໄດ້ທຳລາຍຕູ້ເກມໄຟຟ້າຍອດຫລຽນ ແລະ ໂຕະຫລິ້ນເກມພະນັນ

ຜິດກົດໝາຍຈຳນວນ 41 ໜ່ວຍ, ພາຍຫລັງຍືດໄດ້ຈາກບັນດາຮ້ານອາຫານຂອງຊາວຕ່າງປະເທດໃນເທດສະບານ

ແຂວງ, ໂດຍມີການລັກລອບນຳເຂົ້າ ແລະ ເປີດໃຫ້ບໍລິການໂດຍບໍ່ໄດ້ຮັບອະນຸຍາດ, ເຊິ່ງເປັນການກະທຳທີ່ຜິດຕໍ່ລະ

ບຽບກົດໝາຍຂອງ ສປປ ລາວ, ສະນັ້ນພາກສ່ວນກ່ຽວຂ້ອງຈຶ່ງ ໄດ້ຢືດ ແລະ ທຳລາຍຖິ້ມດັ່ງກ່າວ, ພ້ອມທັງໄດ້ສຶກສາ

ອົບຮົມບັນດາເຈົ້າຂອງຮ້ານອາຫານ ທີ່ລັກລອບນຳເຂົ້າຕູ້ເກມດັ່ງກ່າວຫ້າມບໍ່ໃຫ້ນຳເຂົ້າ ແລະ ບໍລິການຕູ້ເກມຄືນ

ເດັດຂາດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...