spot_img
Homeຂ່າວພາຍ​ໃນສະບາຍດີ ຍີ່ປຸ່ນ!

ສະບາຍດີ ຍີ່ປຸ່ນ!

Published on

ມື້ນີ້ເຮົາໄດ້ຮັບໂອກາດພິເສດມາສຳພາດ ທ່ານ ຟູມິຢາຊຸ ຊາກາຕະ ທີ່ປຶກສາພິເສດຈາກປະເທດຍີ່ປຸ່ນ ສຳລັບໂຄງການຫັນການບິນລາວສູ່ສາກົນ.

Q: ລົບກວນທ່ານເລົ່າຄວາມເປັນມາກ່ຽວກັບທ່ານ ແລະ ບອກພວກເຮົາໄດ້ບໍ່ວ່າທ່ານເລີ່ມມາເຮັດວຽກຢູ່ປະເທດລາວໄດ້ແນວໃດ?

A: ຂ້າພະເຈົ້າມາຢູ່ລາວຕັ້ງແຕ່ປີ 2012, ເຊິ່ງໃນຕອນນັ້ນ ຂ້າພະເຈົ້າ ໄດ້ມາເຮັດວຽກໃຫ້ອີກສາຍການບິນໜຶ່ງເພື່ອເຮັດໂຄງການເປີດຖ້ຽວບິນຈາກລາວໄປຍີ່ປຸ່ນ. ໂຄງການດັ່ງກ່າວຕ້ອງມີສັນຍາຮ່ວມມືສອງຝ່າຍດ້ານການບິນພົນລະເຮືອນນຳກັນ ເຊິ່ງກໍໃຊ້ເວລາດົນສົມຄວນໃນຕອນນັ້ນ ແຕ່ສຸດທ້າຍພວກເຮົາກໍສາມາດໄດ້ຮັບອະນຸມັດລະຫວ່າງສອງຝ່າຍ. ຕໍ່ມາສາຍການບິນນັ້ນບໍ່ສາມາດສືບຕໍ່ໄດ້ ຈຶ່ງແມ່ນສາຍການບິນລາວເປັນຜູ້ສືບຕໍ່ໂຄງການ

Q: ໃນເດືອນພະຈິກ ທີ່ຈະມາເຖິງນີ້, ສາຍການບິນລາວຈະເປີດຖ້ຽວບິນຈາກລາວໄປ ຟູກູໂອກະ ປະເທດ ຍີ່ປຸ່ນ. ທ່ານຄິດວ່າຜົນປະໂຫຍດທີ່ປະເທດລາວຈະໄດ້ຮັບຈາກການເປີດເສັ້ນບິນນີ້ແມ່ນຫຍັງແດ່?

A: ພວກເຮົາໄດ້ດຳເນີນການສຶກສາຄວາມເປັນໄປໄດ້ ແລະ ເຫັນວ່າ ໃນແຕ່ລະປີ ມີນັກທ່ອງທ່ຽວຄົນຍີ່ປຸ່ນເດີນທາງໄປທ່ຽວປະເທດໄທ 1.5 ລ້ານຄົນ ຕໍ່ປີ. ສ່ວນຕົວເລກນັກທ່ອງທ່ຽວຍີ່ປຸ່ນມາລາວ ມີພຽງແຕ່ 15,000! ເຫດຜົນກໍຍ້ອນວ່າພວກເຂົາບໍ່ຮູ້ຫຍັງເລີຍກ່ຽວກັບປະເທດລາວ. ຖ້າພວກເຮົາສາມາດດຶງດູດນັກທ່ອງທ່ຽວຊາວຍີ່ປຸ່ນມາທ່ຽວລາວໄດ້, ພວກເຮົາກໍຈະສາມາດສ້າງລາຍຮັບໃຫ້ປະເທດຊາດຫລາຍຂຶ້ນ, ພ້ອມທັງສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນ. ແລະ ເພື່ອເຮັດໃຫ້ໂຄງການນີ້ເປັນທີ່ຮັບຮູ້ຫລາຍຂຶ້ນ, ພວກເຮົາໄດ້ສ້າງນໍາເອົາຕົວກະຕູນ ຄຸມາມົງ ເຊິ່ງເປັນຕົວກາຕູນຄຸມາມົງ ມາຊ່ວຍໃນການໂຄສະນາຖ້ຽວບິນນີ້ໃນເຂດຄິວຊູ. ຄຸມາມົງ ຖືໄດ້ວ່າເປັນຕົວກາຕູນນໍາໂຊກຂອງເມືອງ ຄຸມາໂມໂຕະ ເຊິ່ງຕິດກັນກັບເມືອງ ຟຸກູໂອກະ ທີ່ສາຍການບິນລາວຈະບິນໄປເຖິງ ແລະ ທັງສອງແຂວງນີ້ກໍຕັ້ງຢູ່ໃນເຂດຄິວຊູເຊັ່ນດຽວກັນ.ນອກຈາກນັ້ນ,ພວກເຮົາກໍກຳລັງເຈລະຈາຕົກລົງໃນການໃຊ້ລະຫັດຖ້ຽວບິນຮ່ວມກັນກັບທຸກສາຍການບິນຂອງ Nippon Airways, ເຊິ່ງຈະເປັນການເພີ່ມຈໍານວນນັກທ່ອງທ່ຽວຊາວຍີ່ປຸ່ນ ແລະ ສາກົນໃຫ້ຫລາຍຂຶ້ນ.

Q: ໃນປີ 2020, ລາວ ແລະ ຍີ່ປຸ່ນຈະມີການສະເຫລີມສະຫລອງສາຍພົວພັນທາງການທູດຄົບຮອບ 65 ປີ. ທ່ານຄິດວ່າຈະມີນັກທ່ອງທ່ຽວເດີນທາງລະຫວ່າງສອງປະເທດເພີ່ມຂຶ້ນບໍ່?

A: ແມ່ນແລ້ວ. ຂ້າພະເຈົ້າໝັ້ນໃຈວ່າ ຖ້າເປີດເສັ້ນທາງການບິນດັ່ງກ່າວຈະເປັນການຮັດແໜ່ນສາຍພົວພັນທາງການທູດ ແລະ ການແລກປ່ຽນທາງວັດທະນະທຳເພີ່ມຂຶ້ນ, ຕະຫລອດຮອດຈໍານວນນັກເດີນທາງທຸລະກິດທີ່ຈະເພີ່ມຂຶ້ນ. ປະຈຸບັນນີ້,ຢູ່ ສປປ ລາວ ມີບໍລິສັດຍີ່ປຸ່ນເຂົ້າມາລົງທຶນຫລາຍກວ່າ 100 ບໍລິສັດ, ແລະ ດ້ວຍການເດີນທາງທີ່ສະດວກສະບາຍຍິ່ງຂຶ້ນລະຫວ່າງສອງປະເທດລາວ-ຍີ່ປຸ່ນ, ຂ້າພະເຈົ້າເຊື່ອໝັ້ນວ່າຕົວເລກນີ້ຈະເພິ່ມຂຶ້ນອີກ.

Q: ຄົນຍີ່ປຸ່ນເປັນຄົນທີ່ມີຄວາມຊ່ຽວຊານໃນການລິເລີ່ມເຮັດສິ່ງໃໝ່ໆ. ທ່ານຄິດວ່າສະຖານທີ່ໃດໃນປະເທດລາວ ທີ່ຄົນຍີ່ປຸ່ນສົນໃຈທີ່ສຸດ?

A: ຂ້າພະເຈົ້າໄດ້ທ່ອງທ່ຽວໄປທົ່ວທຸກບ່ອນໃນປະເທດລາວ ແລະ ຂ້າພະເຈົ້າມີຄວາມສົນໃຈຫລາຍໃນການສົ່ງເສີມການທ່ອງທ່ຽວທີ່ມີລັກສະນະ “ມູນເຊື້ອປະຫວັດສາດຂອງລາວ” ໃຫ້ແກ່ຕະຫລາດຍີ່ປຸ່ນ. ຄົນຍີ່ປຸ່ນສາມາດເດີນທາງມາລາວ ແລະ ເດີນທາງທ່ອງທ່ຽວໄປທົ່ວປະເທດ ແລະ ເດີນທາງໄປໃນເຂດທີ່ເຄີຍເປັນອານາຈັກລ້ານຊ້າງມາກ່ອນ– ເຊັ່ນໃນເຂດຕາເວັນອອກສ່ຽງເໜືອ ແລະ ເຂດພາກເໜືອຂອງປະເທດໄທ, ພາກຕາເວັນຕົກສ່ຽງເໜືອຂອງຫວຽດນາມ, ໄປຈົນເຖິງພາກຕາເວັນຕົກສ່ຽງເຫນືອຂອງກຳປູເຈຍ ຈົນຮອດສຽມຣຽບ– ໂດຍທີ່ປະເທດລາວຈະເປັນເສັ້ນທາງເຊື່ອມຕໍ່ໄປຫາປະເທດເຫລົ່ານັ້ນ ຕາມເສັ້ນທາງປະຫວັດສາດຂອງລ້ານຊ້າງ ຈະເປັນການກະຕຸ້ນຄວາມສົນໃຈຂອງຄົນຍີ່ປຸ່ນໄດ້ເປັນຢ່າງດີ.

Q: ທ່ານຄິດວ່າຢາກໃຫ້ມີການເປີດເສັ້ນທາງບິນລະຫວ່າງລາວ-ຍີ່ປຸ່ນ ເສັ້ນທາງໃດອີກຕື່ມບໍ່?

A: ປະຈຸບັນທັງສອງປະເທດກຳລັງຄົ້ນຄວ້າພິຈາລະນາເລື່ອງນີ້ຢູ່. ຖ້າເສັ້ນທາງບິນໄປ ຟຸກູໂອກະ ຫາກປະສົບຜົນສຳເລັດ, ພວກເຮົາກໍຈະພິຈາລະນາໃນການຂະຫຍາຍເສັ້ນບິນທີ່ຍາວນານຂຶ້ນ, ເພື່ອໃຫ້ສາມາດເປີດຖ້ຽວບິນໄປຫາຕົວເມືອງໃຫຍ່ໆຂອງຍີ່ປຸ່ນໄດ້.

ແຫຼ່ງຂໍ້ມູນ: ວາລະສານຈໍາປາເມືອງລາວ

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...