Homeຂ່າວຕ່າງປະເທດຜູ້ນຳອາຟຣິກາໃຕ້ສັ່ງປັບຫຼຸດຄະນະລັດຖະມົນຕີ ເປີດໂອກາດໃຫ້ຄົນລຸ້ນໃໝ່

ຜູ້ນຳອາຟຣິກາໃຕ້ສັ່ງປັບຫຼຸດຄະນະລັດຖະມົນຕີ ເປີດໂອກາດໃຫ້ຄົນລຸ້ນໃໝ່

Published on

ສຳນັກຂ່າວຕ່າງປະເທດໄດ້ລາຍງານເມື່ອວັນທີ 31 ພຶດສະພາຜ່ານມາວ່າ ທ່ານ ນາງ ຊິຣິລ ຣາມາໂພຊາ ປະທານາທິບໍດີແຫ່ງອາຟຣິກາໃຕ້ມີຄຳສັ່ງປັບຫຼຸດຄະນະລັດຖະມົນຕີຈາກທັງໝົດ 36 ຕຳແໜ່ງໃຫ້ເຫຼືອ 28 ຕຳແໜ່ງ ຊຶ່ງໃນນັ້ນຕ້ອງມີຄະນະລັດຖະບານຍິງກວມ 50%.

ຄຳສັ່ງດັ່ງກ່າວສົ່ງຜົນໃຫ້ອາຟຣິກາກາຍເປັນປະໜຶ່ງໃນບໍ່ເທົ່າໃດປະເທດໃນໂລກທີ່ສ້າງຄວາມສົມດຸນທາງເພດ ພາຍຫຼັງປະເທດເອທິໂອປີ ແລະ ຣະວັນດາໄດ້ປະກາດມາແລ້ວເມື່ອປີຜ່ານມາ.

ທັງນີ້ ປະທານາທິບໍດີຊຶ່ງຊະນະການເລືອກຕັ້ງເມື່ອບໍ່ດົນມານີ້ກໍໄດ້ສົ່ງເສີມໃຫ້ຄົນລຸ້ນໃໝ່ໃຫ້ມີໂອກາດເຂົ້າມາເປັນຄະນະລັດຖະມົນຕີເພີ່ມຫຼາຍຂຶ້ນພາຍຫຼັງທີ່ ທ່ານ ຈາຄ໊ອບ ຊູມ່າ ໄດ້ລາອອກພາຍໃຕ້ແຮງກົດດັນຈາກຂໍ້ກ່າວຫາເລື່ອງການສໍ້ລາດບັງຫຼວງ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028. ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ...

ນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

ໃນໂອກາດກ່າວເປີດ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່...

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...