spot_img
Homeຂ່າວຕ່າງປະເທດການາດາອອກກົດໝາຍຄຸ້ມຄອງຜູ້ໂດຍສານ

ການາດາອອກກົດໝາຍຄຸ້ມຄອງຜູ້ໂດຍສານ

Published on

ລັດຖະບານປະເທດການາດາອອກກົດໝາຍຄຸ້ມຄອງຜູ້ໂດຍສານເຮືອບິນທີ່ຕ້ອງພົບກັບເຫດການເຮືອບິນດີເລ (ເລື່ອນເວລາ) ຫຼື ຫຼ້າຊ້າ ແລະ ໃນກໍລະນີເກີດຄວາມເສຍຫາຍຕ່າງໆບໍ່ວ່າຈະເປັນກະເປົ໋າເດີນທາງເສຍ ກະເປົ໋າເປ່ເພ-ແຕກ ເຄື່ອງດົນຕີໄດ້ຮັບຄວາມເສຍຫາຍ ແລະ ອື່ນໆ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານເມື່ອວັນທີ 30 ພຶດສະພາຜ່ານມາວ່າ ທ່ານ ມາຣກ ກາຣນູ ລັດຖະມົນຕີກະຊວງຄົມມະນາຄົມຂອງການາດາໄດ້ອອກມາຖະແຫຼງເມື່ອອາທິດທີ່ຜ່ານມາວ່າ ຜູ້ໂດຍສານເຮືອບິນຈະມີສິດໄດ້ຮັບຄ່າຊົດເຊີຍທີ່ເໝາະສົມຕໍ່ກໍລະນີທີ່ຖ້ຽວບິນ ຫຼ້າຊ້າ ຖືກຍົກເລີກ ກະເປົ໋າເດີນທາງສູນຫາຍ-ເປ່ເພ ແລະ ອື່ນໆ ພາຍໃຕ້ກົດໝາຍໃໝ່ ເພື່ອຄຸ້ມຄອງສິດທິຂອງຜູ້ໂດຍສານ ແລະ ເພີ່ມປະສິດທິພາບໃນການແຂ່ງຂັນຂອງບັນດາສາຍການບິນຕ່າງໆພາຍໃນປະເທດ.

ມາດຕະການດັ່ງກ່າວເກີດຂຶ້ນພາຍຫຼັງທີ່ມີຜູ້ໂດຍສານຟ້ອງຮ້ອງເພີ່ມຂຶ້ນເລື້ອຍໆວ່າຕ້ອງຕິດຄ້າງຢູ່ທີ່ສະໜາມບິນຫຼາຍຊົ່ວໂມງ ກະເປົ໋າເດີນທາງສູນຫາຍ ແລະ ເຄື່ອງດົນຕີເປ່ເພລະຫວ່າງການຂົນສົ່ງທາງເຮືອບິນ ຊຶ່ງນັບແຕ່ວັນທີ 15 ກໍລະກົດເປັນຕົ້ນໄປ ກົດໝາຍສະບັບທຳອິດຈະເລີ່ມມີຜົນບັງຄັບໃຊ້ ໂດຍກຳນົດໃຫ້ສາຍການບິນຕ້ອງຮັບຜິດຊອບຜູ້ໂດຍສານຖ້າຫາກເກີດຄວາມຫຼ້າຊ້າ ພ້ອມນີ້ ສາຍການບິນກໍຕ້ອງຈ່າຍເງິນຊົດເຊີຍໃຫ້ຜູ້ໂດຍສານທີ່ກະເປົ໋າເດີນທາງສູນຫາຍເຖິງ 2.100 ໂດລາການາດາ ແລະ ຕ້ອງຈ່າຍຄ່າເສຍຫາຍເຖິງ 2.400 ໂດລາການາດາໃຫ້ແກ່ຜູ້ໂດຍສານທີ່ຂຶ້ນເຮືອບິນບໍ່ໄດ້ເນື່ອງຈາກສາຍການບິນຮັບຈອງປີ້ຍົນເກີນບ່ອນນັ່ງທີ່ກຳນົດໄວ້.

ຂະນະທີ່ສາຍການບິນກໍຕ້ອງຈັດບ່ອນນັ່ງໃຫ້ເດັກນັ່ງຕິດກັບຜູ້ປົກຄອງໂດຍບໍ່ຄິດຄ່າໃຊ້ຈ່າຍເພີ່ມ ອີກທັງຕ້ອງພັດທະນາມາດຕະ ຖານໃໝ່ຂອງການຂົນສົ່ງໂດຍສະເພາະປະເພດ ເຄື່ອງດົນຕີຊະນິດຕ່າງໆ ຊຶ່ງມາດຕະການດັ່ງກ່າວແມ່ນຈະຄວບຄຸມທຸກຖ້ຽວບິນລະຫວ່າງປະເທດທັງຂາເຂົ້າ ແລະ ຂາອອກ ລວມເຖິງຖ້ຽວບິນພາຍໃນປະເທດທັງໝົດອີກດ້ວຍ.

ໂດຍຂໍ້ມູນຂອງລັດຖະບານການາດາລະບຸວ່າ ມີຖ້ຽວບິນຂຶ້ນ-ລົງສະໜາມບິນ 91 ແຫ່ງຂອງການາດາສະເລ່ຍ 5,5 ລ້ານຄັ້ງຕໍ່ປີ ເນື່ອງຈາກມີເນື້ອທີ່ກວ້າງໃຫຍ່ເປັນອັນດັບ 2 ຂອງໂລກ ຊຶ່ງການເດີນທາງດ້ວຍເຮືອບິນຈິ່ງສຳຄັນທີ່ສຸດໃນການເຊື່ອມໂຍງພູມີພາກ ຕ່າງໆ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...