spot_img
Homeຂ່າວພາຍ​ໃນອາໄລ “ທາມ” ແຮດສຸມາດຕຣາເພດຜູ້ໂຕສຸດທ້າຍໃນມາເລເຊຍ

ອາໄລ “ທາມ” ແຮດສຸມາດຕຣາເພດຜູ້ໂຕສຸດທ້າຍໃນມາເລເຊຍ

Published on

ທາມ ແຮດສຸມາດຕຣາເພດຜູ້ໂຕສຸດທ້າຍໃນປະເທດມາເລເຊຍລາໄດ້ໂລກໄປແລ້ວເມື່ອວັນທີ 27 ພຶດສະພາທີ່ຜ່ານມາ ດ້ວຍອາຍຸ 20 ປີ ສົ່ງຜົນໃຫ້ຂະນະນີ້ມາເລເຊຍຍັງເຫຼືອແຮດສຸມາດຕຣາເພດແມ່ໃນປະເທດພຽງໂຕດຽວເທົ່ານັ້ນ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ແຮດສຸມາດຕຣາ ຫຼື ກະຊູ່ ເພດຜູ້ໂຕສຸດທ້າຍໃນປະເທດມາເລເຊຍໄດ້ລາໂລກໄປແລ້ວ ສົ່ງຜົນໃຫ້ມາເລເຊຍຍັງເຫຼືອແຮດສຸມາດຕຣາໂຕແມ່ພຽງໂຕດຽວເທົ່ານັ້ນ ຊຶ່ງອາດເຮັດໃຫ້ສັດຊະນິດນີ້ຫຍັບໃກ້ເຂົ້າສູ່ພາວະສູນພັນເພີ່ມຂຶ້ນ.

ຂະນະທີ່ ທ່ານ ນາງ ຄຣິສຕິນາ ລິວ ລັດຖະມົນຕີກະຊວງສິ່ງແວດລ້ອມ ວັດທະນະທຳ ແລະ ການທ່ອງທ່ຽວຂອງລັດຊາບາ ໄດ້ກ່າວວ່າ ຫຼັງຈາກອາທິດທີ່ຜ່ານມາ ທາມ ຕ້ອງເຂົ້າຮັບການປິ່ນປົວບັນເທົາບັນຫາສຸຂະພາບຢ່າງຈິງຈັງ ຊຶ່ງການເສຍຊີວິດຂອງ ທາມ ກ່ຽວຂ້ອງກັບອາຍຸຂອງມັນ ແລະ ອະໄວຍະວະຫຼົ້ມເຫຼວ ແຕ່ສາເຫດການຕາຍທີ່ແທ້ຈິງຕ້ອງລໍຖ້າຜົນການຊັນລະສູດ.

ທັງນີ້ ທາມ ຖືກເຈົ້າໜ້າທີ່ພິທັກສັດປ່າຈັບໄດ້ເມື່ອເດືອນສິງຫາ 1998 ທີ່ສວນປາຣມແຫ່ງໜຶ່ງໃນເມືອງຕາເວົາ ໂດຍເຈົ້າໜ້າທີ່ຕ້ອງໃຊ້ເວລາເພື່ອຕີສະໜິດເພື່ອໃຫ້ມັນລຶ້ງເຄີຍຫຼາຍກວ່າ 1 ອາທິດຈິ່ງສາມາດພາມັນເຂົ້າມາໃນສູນໄດ້ ຂະນະທີ່ອົງກອງທັບສັດປ່າ (WWF) ສາຂາມາເລເຊຍລະບຸຜ່ານເຟສບຸ໊ກວ່າ “ການສູນເສຍ ທາມ ຄືກັບໂມງປຸກວ່າເຮົາໆທ່ານໆຕ້ອງຮີບເຄື່ອນໄຫວຢ່າງໃດຢ່າງໜຶ່ງ ສັດປ່າຕ້ອງການສິດຄຸ້ມຄອງ ແລະ ບໍ່ວ່າມັນຈະຍິນຍອມ ຫຼື ບໍ່ກໍຕາມ ພວກເຮົາຄືຄວາມຫວັງສຸດທ້າຍຂອງພວກມັນ”.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...