spot_img
Homeຂ່າວຕ່າງປະເທດຫວຽດນາມຂ້າໝູເພີ່ມອີກ 5 ແສນໂຕ ຄວບຄຸມພະຍາດອະຫິວາໝູອາຟຣິກາ

ຫວຽດນາມຂ້າໝູເພີ່ມອີກ 5 ແສນໂຕ ຄວບຄຸມພະຍາດອະຫິວາໝູອາຟຣິກາ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເມື່ອວັນທີ 27 ພຶດສະພາ 2019 ວ່າ ກະຊວງກະສິ ກຳຂອງຫວຽດນາມອອກຖະແຫຼງການເມື່ອວັນຈັນ ເລື່ອງການຂ້າໝູໃນປະເທດຫຼາຍກວ່າ 500.000 ໂຕພາຍໃນໄລຍະເວລາ 2 ອາທິດທີ່ຜ່ານມາ ຊຶ່ງໄດ້ເພີ່ມຈຳນວນໝູທີ່ຈຳເປັນຕ້ອງຂ້ານັບຕັ້ງແຕ່ພົບການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ໃນປະເທດ ລວມແລ້ວຫຼາຍກວ່າ 1.7 ລ້ານໂຕ ເທົ່າເທົ່າ 5% ຂອງໝູທັງໝົດໃນປະເທດ.

ເຖິງແມ່ນວ່າຈະບໍ່ມີຫຼັກຖານຢືນຢັນທີ່ຊັດເຈນວ່າ ພະຍາດອະຫິວາໝູອາຟຣິກາສາມາດແຜ່ລະບາດຈາກໝູສູ່ຄົນ ຫຼື ລະຫວ່າງຄົນກັບຄົນ ແຕ່ທາງພາກລັດກໍມີຄວາມກັງວົນທີ່ປະຊາຊົນຊາວຫວຽດນາມສ່ວນໃຫຍ່ມັກບໍລິໂພກຊີ້ນໝູທີ່ລ້ຽງ ແລະ ຜະລິດເອງໃນປະເທດຫຼາຍກວ່າຊີ້ນໝູທີ່ນຳເຂົ້າຈາກເອີຣົບ ອາເມລິກາ ແລະ ອົດສະຕຣາລີ.

ຂະນະທີ່ສະຖານະການແຜ່ລະບາດຂອງພະຍາດອະຫິວາໝູຂະຫຍາຍອອກໃນວົງກວ້າງແລ້ວ 42 ແຂວງຈາກ 58 ແຂວງ ດ້ານອົງ ການອາຫານ ແລະ ກະສິກຳແຫ່ງສະຫະປະຊາຊາດ (FAO) ກໍເຄີຍສົ່ງໜັງສືເຖິງລັດຖະບານຫວຽດນາມເມື່ອເດືອນມີນາທີ່ຜ່ານມາ ໂດຍໄດແນະນຳໃຫ້ປະກາດສະຖານະການສຸກເສີນການແຜ່ລະບາດຂອງພະຍາດ ASF ແຕ່ຍັງບໍ່ຊັດເຈນວ່າມີການຕອບສະໜອງຫຼາຍໜ້ອຍພຽງໃດ ສ່ວນສິງກະໂປໄດ້ປະກາດໂຈະນຳເຂົ້າຊີ້ນໝູຈາກຫວຽດນາມຊົ່ວຄາວ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ

ແຫຼ່ງຂໍ້ມູນ: ເດລີນິວ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...