spot_img
Homeຂ່າວຕ່າງປະເທດອົງການອະນາໄມໂລກຮັບຮອງພຶດຕິກຳ “ຕິດເກມເທົ່າກັບປ່ວຍ”

ອົງການອະນາໄມໂລກຮັບຮອງພຶດຕິກຳ “ຕິດເກມເທົ່າກັບປ່ວຍ”

Published on

ໃນທີ່ປະຊຸມຂອງອົງການອະນາໄມໂລກ (WHO) ໄດ້ລົງມະຕິຮັບຮອງພຶດຕິກຳຕິດເກມຖືເປັນອາການຊ່ວຍປະເພດໜຶ່ງ ຊຶ່ງອາດສົ່ງຜົນກະທົບຕໍ່ວົງການເກມທົ່ວໂລກ ທັງນີ້ WHO ໄດ້ໃຫ້ຄຳນິຍາມວ່າ “ເປັນພຶດຕິກຳຄວາມບົກຜ່ອງດ້ານການຄວບຄຸມ ການຫຼິ້ນເກມ ໃຫ້ຄວາມສຳຄັນກັບການຫຼິ້ນເກມຢູ່ເໜືອກິດຈະກຳອື່ນໆ ເລືອກຫຼິ້ນເກມເປັນອັນດັບແລກ ແລະ ຍັງຄົງຫຼິ້ນເກມຢ່າງຕໍ່ເນື່ອງ ຫຼື ເພີ່ມຂຶ້ນເລື້ອຍໆທັງທີ່ມີຜົນເສຍຕາມມາ”.

ເວັບໄຊຂ່າວຊື່ດັງໄດ້ເປີດເຜີຍເມື່ອວັນທີ 25 ພຶດສະພາຜ່ານມາວ່າ ອົງການອະນາໄມໂລກໄດ້ ດຳເນີນການພິຈາລະນາຄູ່ມືແນວທາງການຈຳແນກພະຍາດສະບັບໃໝ່ (ICD-11) ຊຶ່ງໄດ້ເພີ່ມອາການຕິດເກມນັບຕັ້າງແຕ່ມີການເປີດເຜີຍສະບັບຮ່າງຄັ້ງທຳອິດເມື່ອປີ 2018 ຫຼ້າສຸດທີ່ປະຊຸມ WHO ໄດ້ລົງມະຕິຮັບຮອງພຶດຕິດກຳຕິດເກມເປັນອາການປ່ວຍຢ່າງເປັນທາງການ ຊຶ່ງຈະມີຜົນນັບແຕ່ວັນທີ 1 ມັງກອນ 2022.

WHO ຍັງລະບຸຕື່ມວ່າ ພຶດຕິກຳຕິດເກມຖືເປັນອາການປ່ວຍ ຊຶ່ງຈະມີຜົນກະທົບທັງຕໍ່ຕົນເອງ ຄອບຄົວ ສັງຄົມ ການສຶກສາ ການເຮັດວຽກ ຫຼື ປະສິດທິພາບດ້ານອື່ນໆ ແລະ ຕ້ອງມີອາການສະແດງອອກໃຫ້ເຫັນຢ່າງໜ້ອຍ 12 ເດືອນຂຶ້ນໄປ.

ສຳລັບການຈຳແນກປະເພດຂອງພະຍາດ ແລະ ຄວາມຜິດປົກກະຕິ ໂດຍມີຈຸດປະສົງເພື່ອການວິໄຈ ສຶກສາກ່ຽວກັບການລະບາດວິທະຍາ ວິເຄາະການຈັດການດູແລສຸຂະພາບ ຄົ້ນຫາວິທີການປິ່ນປົວ ແລະ ແນວທາງປ້ອງກັນຢ່າງມີປະສິດທິພາບ ຂະນະທີ່ສະມາຄົມ ຊ໊ອຟ ແວຣບັນເທີງ”.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...