spot_img
Homeຂ່າວຕ່າງປະເທດອາເມຊອນແຫວກແນວ ຈ້າງພະນັກງານອອກໄປເປັນເຈົ້າຂອງທຸລະກິດ

ອາເມຊອນແຫວກແນວ ຈ້າງພະນັກງານອອກໄປເປັນເຈົ້າຂອງທຸລະກິດ

Published on

ອາເມຊອນມອບເງິນພິເສດມູນຄ່າ 10.000 ໂດລາເພື່ອຈ້າງພະນັກງານໃຫ້ອອກໄປເປັນເຈົ້າຂອງສະຕາຣດອັບດ້ານການຂົນສົ່ງສິນຄ້າເພື່ອຫວັງຕໍ່ຍອດທຸລະກິດດ້ານອີ-ຄອມເມີຣຊ ໂດຍໄດ້ມອບໃຫ້ສຳລັບພະນັກງານທີ່ບໍ່ຕ້ອງການເຮັດວຽກກັບອາເມຊອນ ພ້ອມນີ້ ກໍໄດ້ມອບເງິນຊ່ວຍເຫຼືອເພື່ອຊຸກຍູ້ໃຫ້ເຂົາເຈົ້າເປັນເຈົ້າຂອງທຸລະກິດ.

ຊຶ່ງເງິນຈຳນວນດັ່ງກ່າວຖືເປັນການຈ່າຍໃຫ້ເພີ່ມນອກເໜືອຈາກເງິນເດືອນ 3 ເດືອນລ່ວງໜ້າທີ່ພະນັກງານຕ້ອງໄດ້ຮັບຢູ່ແລ້ວ ຊຶ່ງກ່ອນໜ້ານີ້ອາເມຊອນມີນະໂຍບາຍ “ຈ້າງໃຫ້ອອກ” ເພື່ອຫວັງໃຫ້ພະນັກງານຍອມລາອອກຖ້າຫາກບໍ່ຕ້ອງການເຮັດວຽກອີກຕໍ່ໄປ ໂດຍຊີອີໂອອາເມຊອນເຄີຍແຈ້ງເລື່ອງໂຄງການດັ່ງກ່າວໃຫ້ແກ່ບັນດາຄະນະກຳມະການບໍລິສັດເມື່ອ 5 ປີຜ່ານມາ.

ຂະນະທີ່ໂຄສົກອາເມຊອນກໍໄດ້ຊີ້ແຈງເພີ່ມເຕີມວ່າ ຄົນທີ່ເຮັດວຽກກັບອາເມຊອນຄວນເປັນຄົນທີ່ຕ້ອງການເຮັດວຽກແບບຈິງຈັງແທ້ໆເທົ່ານັ້ນ ໂດຍຂໍ້ສະເໜີໃໝ່ທີ່ສະເໜີເງິນເພີ່ມເຕີມໃຫ້ແກ່ພະນັກງານທີ່ຕ້ອງການລາອອກ ແລະ ສ້າງສະຕາຣດອັບກ່ຽວກັບການຂົນສົ່ງສິນຄ້າຂອງຕົນເອງຂຶ້ນມາກໍຈະຊ່ວຍໃຫ້ອາເມຊອນຊຶ່ງດຳເນີນທຸລະກິດດ້ານອີ-ຄອມເມີຣຊໄດ້ຄວາມຄິດໃໝ່ໆມາຕໍ່ຍອດບໍລິການຫຼັກໄດ້ເຊັ່ນກັນ ໂດຍສະເພາະນະວັດຕະກຳດ້ານການສົ່ງສິນຄ້າທີ່ແຕກຕ່າງໄປຈາກເດີມ.

ທັງນີ້ ເມື່ອປີຜ່ານມາອາເມຊອນກໍໄດ້ເປີດຕົວໂຄງການສະໜັບສະໜູນພັນທະມິດດ້ານການສົ່ງສິນຄ້າເພື່ອສັນຫາເຈົ້າຂອງທຸລະກິດທີ່ຈະຊ່ວຍໃຫ້ອາເມຊອນສົ່ງເຄື່ອງຮອດມືລູກຄ້າ ນອກເໜືອຈາກການເຮັດວຽກຮ່ວມກັບບໍລິສັດຂົນສົ່ງສິນຄ້າຊັ້ນນຳເຊັ່ນ FedEx ແລະ UPS ໂດຍໃນປີນີ້ອາເມຊອນກໍຕັ້ງເປົ້າສະໜັບສະໜູນບໍລິສັດໃໝ່ໆເພີ່ມຂຶ້ນອີກຫຼາຍຮ້ອຍບໍລິສັດ ໂດຍໄດ້ຕັ້ງເປົ້າໄປທີ່ພະ ນັກງານໃນບໍລິສັດຂອງຕົນເອງທີ່ຕ້ອງການອອກໄປເປັນເຈົ້າຂອງທຸລະກິດ ແລະ ໂຄງການກໍຈະຂະຫຍາຍໄປຍັງຫ້ອງການອາເມຊອນໃນອັງກິດ ແລະ ແອັດສະປາຍອີກດ້ວຍ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...