Homeຂ່າວຕ່າງປະເທດເມັກຊິໂກ ຜະເຊີນບັນຫາໝອກຄວັນພິດຂັ້ນວິກິດ

ເມັກຊິໂກ ຜະເຊີນບັນຫາໝອກຄວັນພິດຂັ້ນວິກິດ

Published on

ນະຄອນຫຼວງເມັກຊິໂກ ຊິຕີ ເລັ່ງຫາວິທີແກ້ໄຂວິກິດໝອກຄວັນພິດຢ່າງຮີບດ່ວນ ທັງນີ້ ໄດ້ມີຄຳສັ່ງປິດໂຮງຮຽນຫຼາຍແຫ່ງ ຈຳກັດການໃຊ້ລົດ ລວມເຖິງສັ່ງໂຈະໂຄງການກໍ່ສ້າງ ແລະ ອື່ນໆ.

ເທສະບານນະຄອນເມັກຊິໂກ ຊິຕີ ຊຶ່ງມີປະຊາກອນອາໄສຢູ່ຫຼາຍກວ່າ 20 ລ້ານຄົນ ໄດ້ອອກຖະແຫຼງການສັ່ງປິດໂຮງຮຽນທຸກແຫ່ງ ໃນເຂດພື້ນທີ່ສ່ຽງໄພເປັນເວລາ 2 ວັນ ພາຍຫຼັງທີ່ໄດ້ອອກປະກາດເຕືອນໄພສະຖານະການສຸກເສີນດ້ານສິ່ງແວດລ້ອມ ພ້ອມທັງຂໍຄວາມຮ່ວມມືໃຫ້ປະຊາຊົນໂດຍສະເພາະເດັກ ແມ່ຍິງຖືພາ ແລະ ຜູ້ອາຍຸສູງ ຈົ່ງຫຼີກເວັ້ນການເຮັດກິດຈະກຳກາງແຈ້ງ ແລະ ເພີ່ມສະຕິໃນການສວມໃສ່ໜ້າກາກອະນາໄມທີ່ໄດ້ມາດຕະຖານເພື່ອປ້ອງກັນຝຸ່ນລະອອງ.

ພ້ອມນີ້ ທາງການກໍໄດ້ອອກມາດຕະການຄວບຄຸມການໃຊ້ພາຫະນະເກົ່າ ລວມເຖິງສັ່ງໂຈະໂຄງການກໍ່ສ້າງທີ່ນຳໃຊ້ພື້ນທີ່ກວ້າງ ທັງໄດ້ອອກຄຳສັ່ງໃຫ້ບັນດາໂຮງງານອຸດສາຫະກຳຫຼາຍແຫ່ງຮ່ວມມືຫາວິທີຫຼຸດຜ່ອນການປ່ອຍມົນລະພິດໃຫ້ໄດ້ໃນລະດັບ 30-40%.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AP,REUTERS

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...