Homeຂ່າວຕ່າງປະເທດໂຄອາລາໃນອົດສະຕຣາລີ ຢູ່ໃນພາວະສ່ຽງສູນພັນ

ໂຄອາລາໃນອົດສະຕຣາລີ ຢູ່ໃນພາວະສ່ຽງສູນພັນ

Published on

ອົດສະຕຣາລີຄາດຄະເນທົ່ວປະເທດມີໂຄອາລາເຫຼືອບໍ່ເຖິງ 80.000 ໂຕ ຊຶ່ງຖືເປັນຕົວເລກທີ່ໜ້າວິຕົກ ແລະ ສົ່ງຜົນໃຫ້ໂຄອາລາ ຫຍັບໃກ້ເຂົ້າສູ່ພາວະສ່ຽງສູນພັນຕາມທຳມະຊາດ ຈາກການສຳຫຼວດໂຄອາລາທີ່ອາໄສຢູ່ຕາມທຳມະຊາດໃນ 128 ເຂດປົກຄອງທົ່ວອົດສະຕຣາລພົບວ່າ ຕົວເລກຂອງໂຄອາລາຫຼຸດລົງໃນທຸກເຂດ ໃນນັ້ນ ມີ 41 ເຂດບໍ່ມີໂຄອາລາອາໄສຢູ່ອີກແລ້ວ!.

ຢ່າງໃດກໍຕາມ ເຖິງແມ່ນວ່າຈະບໍ່ສາມາດລະບຸຈຳນວນຂອງໂຄອາລາໄດ້ຢ່າງຊັດເຈນ ແຕ່ກໍສະແດງໃຫ້ເຫັນວ່າປະຊາກອນໂຄອາລາກຳລັງຖືກຄຸກຄາມຈາກຫຼາຍໆປັດໄຈ ໂດຍສະເພາະກໍແມ່ນການປ່ຽນແປງສະພາບອາກາດ ພະຍາດລະບາດ ສັດຕູຕາມທຳມະຊາດ ແລະ ອື່ນໆ.

ທັງນີ້ ບັນຫາດ້ານການປ່ຽນແປງຂອງສະພາບອາກາດຖືເປັນປັດໄຈທີ່ມີຜົນກະທົບຕໍ່ໂຄອາລາຫຼາຍທີ່ສຸດ ຊຶ່ງໃນບາງລັດຂອງອົດສະຕຣາລີເຊັ່ນ ລັດຄວີນແລນ ນິວເຊົາເວລ ແລະ ອົດສະຕຣາລຽນແຄພິທອລເທຣຣິທໍຣຣີ ໄດ້ຂຶ້ນທະບຽນໂຄອາລາໃຫ້ເປັນສາຍພັນທີ່ຕ້ອງຈັບຕາວ່າເປັນສາຍພັນສັດທີ່ໃກ້ຈະສູນພັນນັບແຕ່ປີ 2012 ຂະນະທີ່ອີກຫຼາຍລັດກໍບໍ່ໄດ້ຂຶ້ນທະບຽນໂຄອາລາ.

ຂະນະທີ່ປະທານມູນນິທິໂຄອາລາໃນອົດສະຕຣາລີກໍໄດ້ຮຽກຮ້ອງໃຫ້ລັດຖະບານຊຸດໃໝ່ທີ່ພວມຈະໄດ້ຮັບການເລືອກຕັ້ງໃໝ່ຈົ່ງໃຫ້ ຄວາມສຳຄັນກັບການອະນຸຮັກໂຄອາລາຜ່ານກົດໝາຍຄຸ້ມຄອງໂຄອາລາ ຊຶ່ງໄດ້ຮັບການຊຸກຍູ້ມາແຕ່ປີ 2016.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...