Homeຂ່າວຕ່າງປະເທດນາງແບບມຸສລິມຄົນທຳອິດທີ່ສວມຊຸດລອຍນ້ຳ "ເບີຣກິນີ" ຂຶ້ນປົກ Sport Illustrated

ນາງແບບມຸສລິມຄົນທຳອິດທີ່ສວມຊຸດລອຍນ້ຳ “ເບີຣກິນີ” ຂຶ້ນປົກ Sport Illustrated

Published on

ຮາລິມາ ອາເດັນ (Halima Aden) ນາງແບບສາວຊາວອາເມຣິກາເຊື້ອສາຍໂຊມາເລຍ ກາຍເປັນນາງແບບມຸສລິມຄົນແລກໃນປະຫວັດສາດທີ່ສວມໃສ່ຊຸດລອຍນ້ຳແບບ “ເບີຣກິນີ” ຂຶ້ນປົກວາລະສານ Sport Illustrated.

ຖືເປັນການແຈ້ງເກີດກໍວ່າໄດ້ ສຳລັບ ຮາລິມາ ອາເດັນ ດາລາ-ນັກສະແດງ ນາງແບບຊື່ດັງ ຊຶ່ງປີນີ້ ຮາລິມາ ໃນໄວ 21 ປີໄດ້ກາຍເປັນນາງແບບຄົນແລກໃນປະຫວັດສາດທີ່ສວຍໃສ່ຊຸດລອຍນ້ຳແບບເບີຣກີນິ ຫຼື ຊຸດລອຍນ້ຳທີ່ປົກປິດທົ່ວຮ່າງກາຍ ຍົກເວັ້ນແຕ່ໃບໜ້າ ແລະ ຕືນ-ມື ພ້ອມນີ້ ກໍມີຜ້າຄຸມຫົວ ຫຼື ເອີ້ນວ່າ “ຮິຢາບ” ຊຶ່ງພັນໄວ້ທົ່ວລຳຄໍ.

ໂດຍທີມງານໄດ້ຍົກກອງໄປຖ່າຍທຳທີ່ປະເທດເຄນຢາ ຊຶ່ງເຮັດໃຫ້ ຮາລິມາ ໄດ້ຫວນກັບຄືນສູ່ຄວາມຊົງຈຳໃນໄວເດັກຂອງນາງຢູ່ສະ ຖານທີ່ແຫ່ງນີ້ ຮາລິມາ ເກີດຢູ່ປະເທດເຄນຢາ ແລະ ໄດ້ຍ້າຍມາຢູ່ອາເມຣິກາເມື່ອອາຍຸ 7 ປີ ຊຶ່ງນາງເລີ່ມມີຊື່ສຽງໂດ່ງດັງ ແລະ ກາຍເປັນທີ່ຮູ້ຈັກຈາກການສວຍຊຸດລາຕີ ແລະ ຊຸດລອຍນ້ຳແບບ “ເບີຣກິນີ” ເຂົ້າປະກວດເທິງເວທີ Miss Minnesota USA ເມື່ອປີ 2016.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Sport Illustrated

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...