Homeຂ່າວຕ່າງປະເທດຜູ້ປ່ວຍພະຍາດໝາກແດງໃນອາເມຣິກາເພີ່ມສະຖິຕິສູງສຸດໃນຮອບ 25 ປີ

ຜູ້ປ່ວຍພະຍາດໝາກແດງໃນອາເມຣິກາເພີ່ມສະຖິຕິສູງສຸດໃນຮອບ 25 ປີ

Published on

ສູນປ້ອງກັນ ແລະຄວບຄຸມພະຍາດຂອງສະຫະລັດອາເມຣິກາ (CDC) ໄດ້ອອກຖະແຫຼງການວ່າ ຈຳນວນຜູ້ຕິດເຊື້ອພະຍາດໝາກແດງໃນປະເທດເພີ່ມຂຶ້ນສູງສຸດໃນຮອບ 25 ປີ ຊຶ່ງຕົວເລກເມື່ອທ້າຍເດືອນເມສາຜ່ານມາຢູ່ທີ່ 704 ຄົນ ຊຶ່ງພົບຢູ່ໃນ 22 ລັດ ເພີ່ມຂຶ້ນ 1,3% ຈາກສະຖິຕິ 695 ຄົນເມື່ອອາທິດທີ່ຜ່ານມາ.

ຊຶ່ງນັບເປັນສະຖິຕິທີ່ສູງທີ່ສຸດເທົ່າທີ່ກະຊວງສາທາລະສະນະສຸກເຄີຍປະກາດເມື່ອປີ 2000 ແລະ ຖືເປັນສະຖິຕິສູງສຸດນັບແຕ່ປີ 1994 ທີ່ທາງພາກລັດເຄີຍປະກາດວ່າພະຍາດໝາກແດງໝົດໄປຈາກປະເທດແລ້ວ ສຳລັບພື້ນທີ່ທີ່ມີການແຜ່ລະບາດຂອງພະຍາດໝາກແດງສູງທີ່ສຸດແມ່ນລັດນິວເຈີຊີ ແລະ ນິວຢອກ ຊຶ່ງເປັນລັດທີ່ມີປະຊາກອນ ອາໄສຢູ່ຫຼາຍທີ່ສຸດ ໂດຍເຂດທີ່ມີການລະບາດໜັກທີ່ສຸດແມ່ນເຂດບຣູກລິນ.

ຂະນະທີ່ ທ່ານ ບິລ ເດິ ບລາຊິໂອ ເຈົ້າຄອງນະຄອນນິວຢອກໄດ້ປະກາດພາວະສຸກເສີນດ້ານສາທາລະນະສຸກແບບເຈາະຈົງຄວບຄຸມທົ່ວເຂດບຣູກລິນ ແລະ ໄດ້ລົງນາມໃນຄຳສັ່ງຫ້າມໃຫ້ປະຊາຊົນທຸກຄົນທີ່ອາໄສຢູ່ໃນເຂດບຣູກລິນ ຕ້ອງເຂົ້າມາຮັບການສີດວັກຊິນ ແລະ ຖ້າຫາກຝ່າຝືນ ຫຼື ບໍ່ສະແດງຫຼັກຖານວ່າໄດ້ຮັບ ການສີດວັກຊິນແລ້ວກໍຈະຖືກປັບໄໝສູງສຸດເຖິງ 1.000 ໂດລາ.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບຈາກ: AFP

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...