spot_img
Homeຂ່າວພາຍ​ໃນສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ເປີດໃຫ້ບໍລິການແລ້ວ

ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ເປີດໃຫ້ບໍລິການແລ້ວ

Published on

ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ໂຮງໝໍມິດຕະພາບ 150 ຕຽງ ກະຊວງສາທາລະນະສຸກ ໄດ້ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ຢູ່ທີ່ໂຮງໝໍ 150 ຕຽງ .ໃນວັນທີ 26 ເມສາ 2019 ໂດຍມີ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທັງນີ້ ກໍເພື່ອເຮັດໃຫ້ຊາວຜູ້ອອກແຮງງານຢູ່ ສປປ ລາວ ໄດ້ມີການກວດສຸຂະພາບ ຢ່າງສະໝໍ່າສະເໝີ ຫລື ຢ່າງໜ້ອຍ 1 ຄັ້ງ/ປີ ເພື່ອຮັບປະກັນໃຫ້ເຂົາເຈົ້າມີສຸຂະພາບແຂງແຮງ ສາມາດເຄື່ອນໄຫວເຮັດວຽກໄດ້ຢ່າງມີປະສິດທິຜົນ ໂດຍປາສະຈາກການເປັນພະຍາດ. ທ່ານ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພບ ໄດ້ໃຫ້ຮູ້ວ່າ: ສູນກວດສຸຂະພາບແຮງງານ ແຫ່ງນີ້ ແມ່ນຮັບຜິດຊອບກວດສຸຂະພາບໃຫ້ແກ່ຊາວຜູ້ອອກແຮງງານໂດຍສະເພາະ ຈະບໍ່ໄດ້ປິ່ນປົວຄົນເຈັບຄືໂຮງໝໍທົ່ວໄປ ເຊິ່ງຈະເປັນທັງບ່ອນໃຫ້ບໍລິການກວດສຸຂະພາບປະຈຳປີຂອງຜູ້ອອກແຮງງານ, ກວດສຸຂະພາບແຮງງານຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ ສປປ ລາວ ແລະ ຈະເປັນຖານຂໍ້ມູນຂ່າວສານດ້ານສຸຂະພາບຂອງຜູ້ອອກແຮງງານທົ່ວປະເທດ, ການກວດສຸຂະພາບຂອງຮງງານປີລະຄັ້ງ ກໍເພື່ອເປັນການຕິດຕາມຄວາມພ້ອມດ້ານສຸຂະພາບຂອງຜູ້ອອກແຮງງານໃນການເຮັດວຽກ, ປ້ອງກັນ ແລະ ຮັກສາໃຫ້ທັນຕໍ່ພະຍາດຕ່າງໆທີ່ເກີດຂຶ້ນຈາກການເຮັດວຽກ.

ພ້ອມນີ້ສູນກວດສຸຂະພາບດັ່ງກ່າວ ຍັງມີລົດບໍລິການກວດສຸຂະພາບເຄື່ອນທີ່ ເພື່ອເຄື່ອນໄຫວໃຫ້ບໍລິການກວດສຸຂະພາບຢູ່ຕາມໂຮງຈັກໂຮງງານ ແລະ ສະຖານທີ່ຕ່າງໆ ທີ່ບໍສາມາດເຂົ້າກວດສຸຂະພາບຢູ່ສູນໄດ້. ໂອກາດດຽວກັນ, ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກໍໄດ້ໃຫ້ຮູ້ວ່າ: ສູນກວດກາສຸຂະພາບດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ເງື່ອນໄຂ ແລະ ສະພາບຄວາມຮຽກຮ້ອງຕ້ອງການຂອງວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານທາງດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການທີ່ກ່ຽວຂ້ອງ ກັບການປ້ອງກັນການເກີດພະຍາດຕ່າງໆ ຈາກການເຮັດວຽກຂອງຜູ້ອອກແຮງງານ ແລະ ທີ່ສຳຄັນຂໍ້ມູນສຸຂະພາບຂອງຜູ້ອອກແຮງງານສາມາດນຳມາວິເຄາະ ແລະ ກຳນົດເປັນນະໂຍບາຍຕ່າງໆ ເພື່ອປ້ອງກັນ ແລະ ແກ້ໄຂບັນຫາດ້ານສຸຂະພາບໄດ້.

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...