spot_img
Homeຂ່າວພາຍ​ໃນສະຖານີຂົນສົ່ງສາຍເໜືອ ກຽມຄວາມພ້ອມທຸກດ້ານ ເພື່ອຮອງຮັບຜູ້ໂດຍສານ ໄລຍະບຸນປີໃໝ່ລາວ

ສະຖານີຂົນສົ່ງສາຍເໜືອ ກຽມຄວາມພ້ອມທຸກດ້ານ ເພື່ອຮອງຮັບຜູ້ໂດຍສານ ໄລຍະບຸນປີໃໝ່ລາວ

Published on

ສະຖານີຂົນສົ່ງໂດຍສານສາຍເໜືອພາຍໃນ ແລະ ຕ່າງປະເທດ ໄດ້ກຽມຄວາມພ້ອມທຸກດ້ານເພື່ອເປັນການອຳນວຍຄວາມສະດວກ ໃຫ້ຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນທາງກັບບ້ານ ຫລື ໄປທ່ອງທ່ຽວຢູ່ແຂວງພາກເໜືອຢ່າງພຽງພໍ ແລະ ທັນກັບຄວາມຮຽກຮ້ອງຕ້ອງການໃນໄລຍະປີໃໝ່ລາວນີ້.

ທ່ານ ນາງ ຈິດປະສົງ ຫລວງເດດມີໄຊ ຜູ້ອຳນວຍການ ສະຖານີຂົນສົ່ງໂດຍສານສາຍເໜືອ ພາຍໃນ ແລະ ຕ່າງປະເທດ ໄດ້ໃຫ້ສຳພາດໃນວັນທີ 9 ເມສາ 2019 ນີ້ ວ່າ: ທາງສະຖານີໄດ້ກຽມຄວາມພ້ອມທຸກດ້ານເປັນຕົ້ນແມ່ນ ການເພີ່ມຖ້ຽວໂດຍສານຫລາຍຂຶ້ນເທົ່າຕົວ, ມີການກວດກາດ້ານເຕັກນິກລົດ ແລະ ໂຊເຟີ ທີ່ຊຳນານທາງ ທັງນີ້ ກໍເພື່ອຮັບປະກັນໃນການສະໜອງລົດຢ່າງພຽງພໍແກ່ຜູ້ໂດຍສານ ແລະ ບໍ່ໃຫ້ມີຄົນໂດຍສານຕົກຄ້າງ ໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ປະຈຳປີ 2019.

ສະຖານີຂົນສົ່ງໂດຍສານສາຍເໜືອພາຍໃນ ແລະ ຕ່າງປະເທດ ໄດ້ຮ່ວມກັບບັນດາບໍລິສັດ ທີ່ມານຳໃຊ້ສະຖານີສາຍເໜືອ ແມ່ນໄດ້ກຽມພ້ອມຂົນສົ່ງຄົນໂດຍສານ ດ້ວຍການເພີ່ມຈຳນວນຖ້ຽວລົດທຸກສາຍທາງເທົ່າຕົວ, ສ່ວນລາຄາແມ່ນປົກກະຕິໂດຍຈະບໍ່ໄດ້ມີການຂຶ້ນລາຄາ, ໄດ້ມີການກວດເຊັກລົດໂດຍ ສານທຸກຄັນ ແລະ ມີໂຊເຟີລົດທີ່ຊຳນານທາງເປັນຢ່າງດີ.

ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ບັນດາຜູ້ໂດຍສານມາຊື້ປີ້ ແລະ ຂຶ້ນລົດຢູ່ສະຖານີ ເພື່ອຮັບປະກັນການຂຶ້ນລົດຜິດ, ໄດ້ນັ່ງຕັ່ງເສີມ ແລະ ອື່ນໆ. ໂອກາດດຽວກັນ, ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໄດ້ຮ່ວມກັບ ສະຖານີຂົນ ສົ່ງໂດຍສານສາຍເໜືອ ພາຍໃນ ແລະ ຕ່າງປະເທດ ໄດ້ຈັດຕັ້ງການເຜີຍແຜ່ກົດລະບຽບຈະລາຈອນ ແລະ ຫລັກການຂັບຂີ່ປອດໄພໃນໄລຍະປີໃໝ່ລາວ ໃຫ້ບັນດາຜູ້ປະກອບການຂົນສົ່ງໂດຍສານ ແລະ ໂຊເຟີລົດຢູ່ສະຖານີຂົນສົ່ງດັ່ງກ່າວ, ເພື່ອເຮັດໃຫ້ການຈະລາຈອນຕາມທາງຫລວງ ໃນຂອບເຂດທົ່ວປະ ເທດ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພ ແລະ ຫລຸດຜ່ອນການເກີດອຸບັດເຫດ ທີ່ອາດຈະເກີດຂຶ້ນ.

ຂຽນໂດຍ: ແຟນຊິສ ສະຫັວນຄຳ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...