spot_img
Homeຂ່າວຕ່າງປະເທດເວເນຊູເອຣາເກີດວິກິດຂາດແຄນພະລັງງານໄຟຟ້າ ປະກາດສະລັບຕັດໄຟ 30 ວັນ

ເວເນຊູເອຣາເກີດວິກິດຂາດແຄນພະລັງງານໄຟຟ້າ ປະກາດສະລັບຕັດໄຟ 30 ວັນ

Published on

ປະທານາທິບໍດີ ມາດູໂຣ ໄດ້ຖະແຫຼງການຜ່ານສື່ໂທລະພາບເມື່ອວັນທີ 31 ມີນາ 2019 ວ່າ ໄດ້ອະນຸມັດແຜນສະລັບຕັດໄຟເປັນເວລາ 30 ວັນ ແຕ່ຍັງຈະຈ່າຍນໍ້າປະປາໃຫ້ໃຊ້ປົກກຕິ ພ້ອມທັງສັ່ງຫຼຸດເວລາເຮັດວຽກລົງ ແລະ ປິດໂຮງຮຽນຊົ່ວຄາວ ເພື່ອຫຼຸດຜ່ອນຜົນກະທົບຈາກວິກິດການໄຟຟ້າດັບຄັ້ງໃຫຍ່.

ມາດຕະການດັ່ງກ່າວເກີດຂຶ້ນຫຼັງຈາກລັດຖະບານບໍ່ສາມາດຜະລິດໄຟຟ້າໄດ້ພຽງພໍກັບຄວາມຕ້ອງການ ແລະ ວິກິດພະລັງງານເທື່ອນີ້ຍັງຄົງຍືດເຍື້ອຕໍ່ໄປເລື້ອຍໆ. ໂຄງສ້າງພື້ນຖານທີ່ເກົ່າແກ່ ຂາດການບຳລຸງຮັກສາ ແລະ ເກືອບບໍ່ມີງົບລົງທຶນຈາກທາງພາກລັດເປັນປັດໄຈທີ່ນຳມາສູ່ວິກິດພະລັງງານໃນຄັ້ງນີ້, ຂະນະທີ່ເສດຖະກິດຕົກຕ່ຳ ແລະ ອັດຕາເງິນເຟີ້ທີ່ສູງເປັນລ້ານໆເປີເຊັນ.

ການຂາດແຄນໄຟຟ້າ ເຮັດໃຫ້ສະຖານີສູບຈ່າຍນໍ້າປະປາບໍ່ສາມາດສົ່ງນໍ້າໄປທີ່ເຮືອນຂອງປະຊາຊົນໄດ້ ຄືກັບສັນຍານໄຟຈະລາຈອນ, ໄຟຖະໜົນ, ປໍ້ານໍ້າມັນ,​ອິນເຕີເນັດ ແລະ ໂທລະສັບມືຖື.

ປັດຈຸບັນ,​ ເວເນຊູເອຣາສາມາດຜະລິດໄຟຟ້າໄດ້ພຽງ 5.500-6.000 ເມກະວັດ ຈາກເມື່ອກ່ອນເຄີຍມີກຳລັງການຜະລິດຫຼາຍເຖິງ 34.000 ເມກະວັດ. ລັດຖະບານເວເນຊູເອຣາ ໄດ້ອອກມາໂທດ ຜູ້ກໍ່ການຮ້າຍວ່າລົງມືໂຈມຕີສະຖານີຜະລິດໄຟຟ້ານໍ້າກູຣີ ໃນລັດໂບລິວາ ທີ່ຜະລິດໄຟຟ້າສະໜອງຄວາມຕ້ອງການ 80% ຂອງປະເທດ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...